ວິສາຫະກິດ ຫວຽດນາມລົງທຶນຢູ່ ກຳປູເຈຍຢ່າງ ມີປະສິດທິຜົນ.

ວິສາຫະກິດ ຫວຽດນາມລົງທຶນຢູ່ ກຳປູເຈຍຢ່າງ ມີປະສິດທິຜົນ.  - ảnh 1
ທ່ານ​ນາງ Men Som On ຮອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ ຢ້ຽມຢາມໂຮງງານ​ຝຸ່ນ​ສາກົນ ຫ້າ​ດາວກຳປູ​ເຈຍ​


Vovworld- ​ໂດຍ​​ແມ່ນ 1 ​ໃນ​ບັນດາ​ໂຄງການ​ລົງທຶນ​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ​ຢູ່ ກຳປູ​ເຈຍ ດ້ວຍ​ຈຳນວນ​ທຶນ 65 ລ້ານ​ USD , ​ໂຮງງານ​ຝຸ່ນ​ສາກົນ ຫ້າ​ດາວກຳປູ​ເຈຍ​ທີ່​ຂຶ້ນ​ກັບ​ກຸ່ມ​ບໍລິສັດ​ສາກົນ​ຫ້າ​ດາວ ພວມ​ໄດ້​ຮັບ​ການ​ດຳ​ເນີນ​ການ​ກໍ່ສ້າງ​ຢ່າງ​ຂຸ້ນ​ຂຽວ​ເພື່ອ​ເປີດ​ສະຫຼອງ ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ໃນ​ທ້າຍ​ປີ​ນີ້. ກ່າວ​ຄຳ​ເຫັນ​ເມື່ອ​ຢ້ຽມຢາມ​ໂຄງການ​ກໍ່ສ້າງ​ໂຮງງານ ​ເມື່ອ​ຕອນ​ບ່າຍ​ວັນ​ທີ 8/5 , ທ່ານ​ນາງ Men Som On ຮອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ ຖື​ວ່າ​ລະດັບ​ການ​ກໍ່ສ້າງ​ຢ່າງ​ວ່ອງ​ໄວ​ຂອງ​ໂຮງງານ​ມີ​ກຳລັງ​ການ​ຜະລິດຝຸ່ນ​ຕິດ​ຕັ້ງ​ໃນ​ເບື້ອງ​ຕົ້ນ 350.000 ​ໂຕນຕໍ່​ປີນີ້ ​ແມ່ນ​ຕົວຢ່າງ​ທີ່ດີເດັ່ນຂອງ​ປະສິດທິ​ຜົນ​​ແຫ່ງ​ການ​ເຄື່ອນ​ໄຫວ​ລົງທຶນ, ຜັນ​ຂະຫຍາຍ​ໂຄງການ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່ ກຳປູ​​ເຈຍ. ທ່ານ​ນາງຮອງ​ນາຍົກ​ລົດ​ຖະມົນ​ຕີ Men Som On ​ເຊື່ອ​ໝັ້ນ​ວ່າ ພາຍຫຼັງ​ສຳ​ເລັດ​ການ​ກໍ່ສ້າງ ​ແລະ ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ, ໂຮງງານ​ຝຸ່ນ​ສາກົນ ຫ້າ​ດາວກຳປູ​ເຈຍຈະ​ແມ່ນ​ໄມ້​ງັດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ຫັນ​ແຜນ​ນະ​ໂຍບາຍ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສີ​ກຳ​ລະຫວ່າງ 2 ປະ​ເທດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ​ໄລ່​ຮອດ​ໝົ​ດປີ 2011, ຫວຽດນາມມີ 98 ​ໂຄງການ​ລົງທຶນ​ເຂົ້າກຳ​ປູ​ເຈຍ​ດ້ວຍ​ຍອດ​ຈຳນວນ​ທຶນ 2,4 ຕື້ USD. ປະຈຸ​ບັນ ຫວຽດນາມ​ຢືນ​ອັນ​ດັບ ທີ່ 4 ​ໃນ​ຈຳນວນ​ບັນດາ​ນັກລົງທຶນ​ຕ່າງປະ​ເທດ ຢູ່ກຳ​ປູ​ເຈຍ ຖັດຈາກ​ຈີນ, ສ.​ເກົາຫຼີ ​ແລະ ອົດ​ສະ​ຕາລີ.

ຂ່າວ/ບົດ​ອື່ນ