ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ ຊອກ​ຫາກາ​ລະ​ໂອ​ກາດ​ຮ່ວມ​ມື​ກັບ ຫວຽດ​ນາມ

(VOVWORLD) - ວັນທີ 29 ພະຈິກ, ຢູ່ນະຄອນ Adelaide, ເມືອງເອກລັດ ອົດສະຕາລີໃຕ້, ໄດ້ດຳເນີນເວທີປາໄສການດຳເນີນທຸລະກິດ ຫວຽດນາມ ໂດຍ ສະພາທຸລະກິດ ອົດສະຕາລີ - ຫວຽດນາມ ຈັດຂື້ນ.


ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ ຊອກ​ຫາກາ​ລະ​ໂອ​ກາດ​ຮ່ວມ​ມື​ກັບ ຫວຽດ​ນາມ - ảnh 1ທ່ານ ຫງວຽນດັງທັງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ແລະ ທ່ານ Francis Wong ປະທານສະພາດຳເນີນທຸລະກິດ ອົດສະຕາລີໃຕ້ - ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ

ທີ່ເວທີປາໄສ, ບັນດາວິສາຫະກິດ ອົດສະຕາລີ ມີຄວາມສົນໃຈກ່ຽວກັບ ແງ່ຫວັງ ຄວາມເປັນປົກກະຕິຂອງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ, ນະໂຍບາຍຂອງ ຫວຽດນາມ ຕໍ່ການພັດທະນາດ້ານເຕັກໂນໂລຊີ ແລະ ການສຶກສາ. ບໍລິສັດໜຶ່ງທຳການຜະລິດພະລັງງານທີ່ສາມາດຜະລິດຄືນໃໝ່ຢູ່ລັດ ອົດສະຕາລີໃຕ້ ກຳລັງຢາກຊອກຮູ້ກາລະໂອກາດເປີດກວ້າງການຮ່ວມມືກັບ ຫວຽດນາມ. ມີວິສາຫະກິດໜຶ່ງຂອງ ອົດສະຕາລີ ຢາກເປີດສາຍບິນໂດຍກົງລະຫວ່າງລັດ ອົດສະຕາລີໃຕ້ ແລະ ຫວຽດນາມ ກໍຄືໃຫ້ບັນດາທະນາຄານ ຫວຽດນາມ ເປີດສາຂາຢູ່ ລັດ ອົດສະຕາລີໃຕ້.

ທ່ານ ຫງວຽນດັງທັງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ລັດ New South Wales, ອົດສະຕາລີໃຕ້ ແລະ Queensland, ໄດ້ຕອບຄຳຖາມຂອງບັນດາວິສາຫະກິດ ອົດສະຕາລີ; ພ້ອມທັງສະເໜີບັນດາໂຄງການທີ່ ຫວຽດນາມ ກຳລັງຮຽກຮ້ອງການລົງທຶນຈາກຕ່າງປະເທດໄລຍະ 2021 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ