( ເຈຍລະໄນເພັດ )
( vov world ) ກົມ ອາຊີ - ປາຊີຟິກ ( ກະຊວງອຸດສາຫະກຳ ແລະ ການຄ້າ ) ໃຫ້ຮູ້ວ່າ, ຫວຽດນາມ ພວມແມ່ນຈຸດນັດພົບຂອງບັນດາບໍລິສັດເຈຍລະໄນເພັດ ອິດສະຣາແອນ. ນອກຈາກນັ້ນ, ບັນດາຂົງເຂດທ່າແຮງຂອງປະເທດນີ້ເຊິ່ງ ຫວຽດນາມ ສາມາດຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນແມ່ນຂົງເຂດອຸດສະຫະກຳຮັກສາອາຫານ, ເຕັກໂນໂລຊີກະສິກຳ, ໂທລະຄົມ, ເອເລກໂຕນິກສາທະລະນະສຸກ... ນີ້ແມ່ນຂົງເຂດເຊິ່ງ ຫວຽດນາມ ມີຄວາມຕ້ອງການຢ່າງແທ້ຈິງ ແລະ ບັນດາວິສາຫະກິດຂອງ ອິດສະຣາແອນ ກໍ່ປາດຖະນາຢາກລົງທຶນເຂົ້າ ຫວຽດນາມ. ຕາມກົມ ອາຊີ - ປາຊີຟິກ, ອິດສະຣາແອນ ຈະນຳໜ້າໃນບັນດາຂົງເຂດຄື ເຄື່ອງອາໄລ່ເອເລກໂຕນິກ, ເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມ, ສາທາລະນະສຸກ, ເຕັກໂນໂລຊີກະສິກຳ, ທາດເຄມີ, ພະລັງງານໃໝ່… ແຕ່ຖ້າຫາກພິຈາລະນາກ່ຽວກັບດ້ານການຄ້າ ອິດສະຣາແອນ ຍາກຈະເປັນຕະຫຼາດຈຸດສຸມຂອງ ຫວຽດນາມ ຢູ່ພາກພື້ນ ແຕ່ຂຸດຂົ້ນທ່າແຮງຂອງຕະຫຼາດນີ້ກ່ຽວກັບກດ້ານອຸດສາຫະກຳຈະນຳມາເຊິ່ງມູນຄ່າຢ່າງໃຫຍ່ຫຼວງໃຫ້ແກ່ການຜະລິດພາຍໃນປະເທດຂອງ ຫວຽດນາມ.