ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ຕ້ອນຮັບຄະນະຜູ້ແທນວິສາຫະກິດ ອາເມລິກາ
(ພາບ: TTXVN)
(vovworld) - ທີ່ການຕ້ອນຮັບຄະນະຜູ້ແທນວິສາຫະກິດ ອາເມລິກາ ມາຊອກຫາກາລະໂອກາດລົງທຶນເຂົ້າ ຫວຽດນາມ ໃນຕອນບ່າຍວັນທີ 09/03, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ພວມຕັ້ງໜ້າປະຕິຮູບແຮງກ່ວາອີກ, ເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງກ່ວາ, ສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນ, ໃນນັ້ນມີນັກລົງທຶນ ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຫວນຄືນເນື້ອໃນການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donal Trump, ພ້ອມທັງຊີ້ແຈ້ງວ່າ: ລັດຖະບານ ຫວຽດນາມ ພ້ອມແລ້ວທີ່ຈະເຮັດວຽກກັບອຳນາດການປົກຄອງຂອງປະທານາທິບໍດີ Donal Trump ເພື່ອຊຸກຍູ້ການພົວພັນກັບ ອາເມລິກາ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ພ້ອມແລ້ວທີ່ຈະຢ້ຽມຢາມ ອາເມລິກາ ເພື່ອເຮັດໃຫ້ບັນດາສິ່ງດັ່ງກ່າວປະກົດຜົນເປັນຈິງ. ທ່ານນາຍົກລັດຖະມົນຕີກໍ່ສະເໜີຕໍ່ຝ່າຍ ອາເມລິກາ ສືບຕໍ່ເອົາໃຈໃສ່ເຖິງຕະຫລາດ ຫວຽດນາມ, ເປັນຂົວຕໍ່ເພື່ອໃຫ້ວິສາຫະກິດ ອາເມລິກາ ດຳເນີນທຸລະກິດຢູ່ ຫວຽດນາມ, ພ້ອມທັງຊຸກຍູ້ລັດຖະບານ, ສະພາແຫ່ງຊາດ ອາເມລິກາ ເພີ່ມທະວີການຮ່ວມມື, ຮັບຮອງພື້ນຖານເສດຖະກິດການຕະຫລາດຂອງ ຫວຽດນາມ ໂດຍໄວ, ໜູນຊ່ວຍ ຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດ APEC 2017 ສຳເລັດຜົນ.
ສ່ວນທ່ານ Michael W.Michalak ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ຜູ້ຕາງໜ້າຄະນະຜູ້ແທນວິສາຫະກິດ ອາເມລິກາ ຢືນຢັນວ່າ ປະຊາຄົມວິສາຫະກິດ ອາເມລິກາ ຈະສືບຕໍ່ມານະພະຍາຍາມ ເພື່ອຄາດໝາຍຫັນການຄ້າເປັນເສລີ ໂດຍຜ່ານບັນດາສັນຍາ, ພ້ອມທັງຍັງຄົງສືບຕໍ່ການຄົ້ນຄວ້າ ເພື່ອລົງທຶນເຂົ້າ ຫວຽດນາມ ໃນທຸກຂົງເຂດຄື: ພະລັງງານລົມ, ອາຫານລ້ຽງສັດ, ການເງິນ, ປະກັນໄພ…ແລະ ບັນດາວິສາຫະກິດ ອາເມລິກາ ຈະມານະພະຍາຍາມເຊີນທ່ານປະທານາທິບໍດີ Donal Trump ຢ້ຽມຢາມ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ໃນທ້າຍປີ 2017.