ທ່ານ ເລແທງຫາຍ, ແລກປ່ຽນກັບບັນດາວິສາຫະກິດ ຕ່າງປະເທດ
(ພາບ: Tuổi trẻ)
|
(vovworld) – ຕອນເຊົ້າວັນທີ 4/3, ການນຳນະຄອນໂຮ່ຈິມິນ ໄດ້ມີການພົບປະກັບບັນດາວິສາຫະກິດຕ່າງປະເທດ. ເຂົ້າຮ່ວມການພົບປະມີຜູ້ຕາງໜ້າຈາກ 9 ສະຫະສະມາຄົມວິສາຫະກິດ ແລະ 70 ວິສາຫະກິດຕາງໜ້າໃຫ້ກ່ວາ 5.000 ວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ (FDI) ຢູ່ນະຄອນໂຮ່ຈິມິນ. ທີ່ການພົບປະ, ການນຳນະຄອນໂຮ່ຈິມິນ ຕີລາຄາສູງບົດບາດຂອງບັນດາວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດໃນການຊຸກຍູ້ການພັດທະນາເສດຖະກິດຂອງນະຄອນ. ວິສາຫະກິດຈາກຕ່າງປະເທດຫຼາຍແຫ່ງຖືວ່າ ເພື່ອເພີ່ມທະວີການດຶງດູດແຫຼ່ງທຶນຈາກຕ່າງປະເທດ, ນະຄອນ ຄວນປັບປຸງພື້ນຖານໂຄງລ່າງຄົມມະນາຄົມ ແລະ ລົງທຶນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນເຕັກນິກສູງ. ວິສາຫະກິດຫຼາຍແຫ່ງກໍ່ສະເໜີນະຄອນສືບຕໍ່ປະຕິຮູບລະບຽບການບໍລິຫານຢ່າງແຮງ ແລະ ກະຈ່າງແຈ້ງກ່ວາອີກໃນບັນດາຂໍ້ກຳນົດກ່ຽວກັບພາສີອາກອນ.
ປະຈຸບັນ, ນະຄອນໂຮ່ຈິມິນ ນຳໜ້າທົ່ວປະເທດກ່ຽວກັບການດຶງດູດແຫຼ່ງທຶນຈາກຕ່າງປະເທດ, ດ້ວຍກ່ວາ 5.300 ໂຄງການ, ຍອດເງິນລົງທຶນແມ່ນກ່ວາ 36 ຕື້ USD. ໃນປີ 2014, ດຶງດູດແຫຼ່ງທຶນຈາກຕ່າງປະເທດຂອງນະຄອນເພີ່ມຂຶ້ນຢ່າງແຮງ, ດ້ວຍຍອດຈຳນວນທຶນກ່ວາ 2,80 ຕື້ USD, ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ປີ 2013.