ວິສາຫະກິດຍີ່ປຸ່ນຫລາຍແຫ່ງຢາກລົງທຶນຢູ່ຫວຽດນາມ

ວິສາຫະກິດຍີ່ປຸ່ນຫລາຍແຫ່ງຢາກລົງທຶນຢູ່ຫວຽດນາມ - ảnh 1
ພາບ​ປະ​ກອບ:internet

(vovworld)-​ ​ ​ວັນ​ທີ 2/4, ທະ​ນາ​ຄ​ານ Shoko Chukin ຂອງ​ຍີ່​ປຸ່ນ ປະ​ກາດ​ໝາກ​ຜົນ​ສຳ​ຫລວດກວ່າ 3.750 ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ຂອງ​ປະ​ເທດນີ້ ໃຫ້​ເຫັນ​ວ່າ: ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​​ສະ​ຖານ​ທີ່​ລົງ​ທຶນ​ອັນ​ດູດ​ດື່ມ. ເປັນ​ຫນ້າ​ສົນ​ໃຈ 40,7% ຈຳ​ນວນ​ວິ​ສາ​ຫະ​ກິດ​ດັ່ງ​ກ່າວ ມີ​ແຜນ​ການ​ເລືອກ​ເຟັ້ນ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ລົງ​ທຶນ​ໃນ​ອະ​ນາ​ຄົດ. ປະ​ຈຸ​ບັນ ຈີນ ສືບ​ຕໍ່​ນຳ​ຫນ້າ​ກ່ຽວ​ກັບ​ສະ​ຖານ​ທີ່​ລົງ​ທຶນ​ດູດ​ດື່ມ​ຂອງວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ​ຂອງ​ຍີ່​ປຸ່ນ, ຖັດ​ມາ​ແມ່ນ ໄທ 23,4% ແລະ ໄຕ້​ຫວັນ ປະ​ເທດ​ຈີນ 15,9%.

ຂ່າວ/ບົດ​ອື່ນ