ວິສາຫະກິດຜັກໝາກໄມ້ ຍາດແຍ່ງການບູລິມະສິດຈາກສັນຍາການຄ້າສະບັບຕ່າງໆ
(VOVWORLD) - ຕາມສະຫະສະມາຄົມຜັກໝາກໄມ້ ຫວຽດນາມ ແລ້ວ, ການຍາດແຍ່ງການບຸລິມະສິດຈາກສັນຍາການຄ້າເສລີສະບັບຕ່າງໆຄື ສົນທິສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ສັນຍາການຄ້າ ເສລີ ຫວຽດນາມ - ອັງກິດ ແລະ ອຽກລັງເໜືອ (UKVFTA)… ພວມເປີດໂອກາດໃຫ້ບັນດາວິສາຫະກິດເພີ່ມວົງເງິນສົ່ງອອກຜັກ, ໝາກໄມ້ໃນປີນີ້.
ການສົ່ງອອກໝາກໄມ້ມີລະດັບການເຕີບໂຕດີພໍສົມຄວນ (ພາບ: TTXVN) |
ພິເສດ, ສັນຍາ UKVFTA ໝັ້ນໝາຍວ່າຈະສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືເສດຖະກິດ - ການຄ້າ ໃນໄລຍະຈະມາເຖິງ. ເພາະວ່າ 94% ປະເພດພາສີໃນຍອດຈຳນວນ ທັງໝົດ 547 ປະເພດ ສຳລັບຜັກ, ໝາກໄມ້ ແລະ ຜະລິດຕະພັນຜະລິດຈາກຜັກໝາກໄມ້ ລວມ ໄດ້ຮັບບຸລິມະສິດດ້ວຍອັດຕາພາສີ 0%. ໃນນັ້ນ ມີຜະລິດຕະພັນຫຼາຍຢ່າງທີ່ເປັນທ່າແຮງຂອງ ຫວຽດນາມ ເປັນຕົ້ນແມ່ນ ໝາກລີ້ນຈີ່, ໝາກລຳໃຍ, ໝາກງໍ້, ໝາກມັງກອນ, ໝາກນັດ, ໝາກພ້າວ… ຈະມີທ່າໄດ້ປຽບເພີ່ມເຕີມເພື່ອສຳຜັດຕະຫຼາດ ໃນຂະນະທີ່ຜັກ, ໝາກໄມ້ຊະນິດອື່ນໆ ຈາກບັນດາປະເທດແກ້ງແຍ້ງຄື ບຣາຊິນ, ໄທ, ມາເລເຊຍ… ແມ່ນຍັງບໍ່ທັນມີສັນຍາການຄ້າເສລີກັບຕະຫຼາດນີ້ເທື່ອ.
ຕໍ່ທ່າອ່ຽງເພີ່ມທະວີການອາລັກຂາການຜະລິດພາຍໃນປະເທດ, ທ່ານ ຫງວຽນແທງບິ່ງ, ປະທານສະຫະສະມາຄົມ ຜັກ, ໝາກໄມ້ ຫວຽດນາມ ຖືວ່າ, ຄວນຍູ້ແຮງການຮ່ວມສຳພັນຈາກການຜະລິດຕະຫຼອດຮອດການປຸງແຕ່ງ, ການເກັບຮັກສາ, ການຈຳໜ່າຍ, ການຮ່ວມສຳພັນລະຫວ່າງເຂດ, ທ້ອງຖິ່ນ ເພື່ອສ້າງເປັນລະບົບມູນຄ່າທີ່ຍືນຍົງ ແລະ ມີປະສິດທິຜົນສູງ.