ວິສາຫະກິດຫວຽດນາມ ຢູ່ກຳປູເຈຍ ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ກຳປູເຈຍ
(vovworld) - ຕົ້ນເດືອນ 3 ຜ່ານມາ, ດິນເຊາະເຈື່ອນຢູ່ຝັ່ງແມ່ນ້ຳຂອງ, ໄດ້ເຮັດໃຫ້ເຮືອນຊານຂອງຊາວຫວຽດນາມ ອາໄສຢູ່ກຳປູເຈຍ ນັບສິບຄອບຄົວຖືກເປ່ເພ. ມາຮອດປະຈຸບັນເຂົາເຈົ້າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ. ເພື່ອປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ປະສົບເຄາະຮ້າຍດັ່ງກ່າວຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ. ມີວິສາຫະກິດຫວຽດນາມ ຢູ່ກຳປູເຈຍ ຫຼາຍແຫ່ງ ໄດ້ຈັດການເຄື່ອນໄຫວອັນແທດຈິ່ງຫຼາຍຢ່າງຄື: ມອບຂອງຂວັນໃຫ້ແກ່ເຂົາເຈົ້າ ກໍ່ຄືຊາວກຳປູເຈຍ ຜູ້ທຸກຍາກຢູ່ໃນເຂດດິນເຊາະເຈື່ອນ. ທ່ານ Tran Van Nghia, ຜູ້ອຳນວຍການໃຫຍ່ບໍລິສັດຝຸ່ນເຄມີສາກົນ Nam Sao ກຳປູເຈຍ, ສັງກັດກຸ່ມບໍລິສັດ Nam Sao ຂອງຫວຽດນາມ, ທີ່ພວມລົງທຶນດຳເນີນທຸລະກິດ ແລະ ຜະລິດຝຸ່ນເຄມີຢູ່ກຳປູເຈຍ, ໃຫ້ຮູ້ວ່າ:
”ນອກຈາກການເຄື່ອນໄຫວດຳເນີນທຸລະກິດຢູ່ປະເທດກຳປູເຈຍແລ້ວ, ພວກເຮົາຍັງເອົາໃຈໃສ່ເຖິງບັນຫາຮັບປະກັນຊີວິດສັງຄົມໃຫ້ແກ່ຊາວຫວຽດນາມ ອາໄສຢູ່ກຳປູເຈຍ ກໍ່ຄືຊາວກຳປູເຈຍ ອີກດ້ວຍ. ໃນຄັ້ງນີ້, ພວກຂ້າພະເຈົ້າໄດ້ຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນດິນເຊາະເຈື່ອນທັງຂອງຂວັນ ແລະ ເງິນ ເພື່ອໃຫ້ເຂົາເຈົ້າໄດ້ຕ້ອນຮັບບຸນ Chol Chnam Thmey ດ້ວຍຄວາມມ່ວນຊື່ນ, ແລະກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ ”.