ວິສາຫະກິດຫວຽດນາມ - ລັດເຊຍ ລົງນາມໃນ ຂໍ້ຕົກລົງປຸງແຕ່ງຜະລິດ ຕະພັນກະເສດ, ການແພດ, ການທ່ອງທ່ຽວ


ວິສາຫະກິດຫວຽດນາມ - ລັດເຊຍ ລົງນາມໃນ ຂໍ້ຕົກລົງປຸງແຕ່ງຜະລິດ ຕະພັນກະເສດ, ການແພດ, ການທ່ອງທ່ຽວ - ảnh 1
(ພາບປະກອບ)

(vovworld) - ວິ​ສາ​ຫະກິດ​ຫວຽດນາມ - ລັດ​ເຊ​ຍ ​ໄດ້ລົງ​ນາມ​ໃນ​ຂໍ້​ຕົກລົງ 10 ສະບັບ​ກ່ຽວ​ກັບ​ການ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ການ​ແພດ, ການທ່ອງທ່ຽວ. ຂໍ້​ຕົກລົງ​ຮ່ວ​ມມື​ດັ່ງກ່າວ​ໄດ້​ຮັບ​ການ​ລົງ​ນາມ​ທີ່​ເວທີ​ປາ​​​ໄສ​​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນດ້ານ​ເສດຖະກິດ ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຫວຽດນາມ ​ແລະ ​ແຂວງ Kursk (ລັດ​ເຊຍ) ​ໃນວັນ​ທີ 07 ຕຸລາ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ຟ້າ​ມຊວນ​ເຊີນ ​ເນັ້ນ​ໜັກ​ວ່າ ​ເລື່ອງ​ຈັດ​ຕັ້ງ​ເວທີ​ປາ​ໄສ ​ແມ່ນ​ຮູບ​ແບບ​ສົ່ງ​ເສີມ​ການ​ຄ້າ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ຍົກ​ສູງວົງ​ເງິນ​ການ​ຄ້າຂອງ 2 ປະ​ເທດ​ເວົ້າ​ລວມ. ​ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຊວນ​ເຊີນ ຕີ​ລາຄາ​ວ່າ.

        “ອາດ​ເວົ້າ​ໄດ້​ວ່າ, ​ໃນ​ມື້​ນີ້, ພວກ​ເຮົາ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຢ່າງ​ມີ​ປະ​ສິດທິ​ຜົນ ​ແລະ ​ ​​ໄດ້ລົງ​ນາມ​​ໃນບັນດາ​ເອກະສານ​ທີ່​ສຳຄັນ. ນີ້​ແມ່ນ​ບາດກ້າວ​ທີ່​ແທດ​ຈິງ​ເພື່ອ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ສະຖານທູດ​ຂອງ 2 ຝ່າຍຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ໃຫ້​ບັນດາ​ເອກະສານ​ດັ່ງກ່າວ​ປະສົບ​ເປົນ​ເປັນ​ຈິງ”.

        ​ເຈົ້າ​ແຂວງໆ Kursk, ທ່ານ Alexandr Mikhailov ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ບັນດາ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ ຈະ​ຊອກ​ຫາ​ໄດ້​ບັນດາໂຄງການ​ຮ່ວມ​ມື​ຢ່າງ​ລະອຽດ​, ສືບ​ຕໍ່​ຈັດ​ຕັ້ງ​​ຮູບ​ແບບ​ສົ່ງ​ເສີມ​ການ​ຄ້າ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບກວ່າ​ອີກ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຢູ່​ທ້ອງ​ຖິ່ນ ​ແລະ ຍົກ​ສູງ​ວົງ​ເງິນ​ການ​ຄ້າ​ລະຫວ່າງ​ລັດ​ເຊຍ - ຫວຽດນາມ.

ຂ່າວ/ບົດ​ອື່ນ