ວິສາຫະກິດອີຕາລີ ຕີລາຄາສູງກາລະໂອກາດລົງທຶນຢູ່ຫວຽດນາມ

ວິສາຫະກິດອີຕາລີ ຕີລາຄາສູງກາລະໂອກາດລົງທຶນຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 14/01, ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຫວຽດນາມ - ອີ​ຕາ​ລີ, ​ເຊິ່ງດຳ​ເນີນ​ໄປ​ຢູ່ Rome, ​ໃນ​ຂອບ​ເຂດ “ຊຸມ​ວັນ​ວັດທະນະທຳ​ຫວຽດນາມ ຢູ່ Rome”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີ​ຕາ​ລີ ຫງວຽນ​ຮ່ວາງ​ລອງ ຖື​ວ່າ, ​ຫວ່າງ​ແລ້ວ​ນີ້, ອີ​ຕາ​ລີ ​ແລະ ຫວຽດນາມ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແມ່ນ​ກາລະ​ໂອກາດ​ໃຫຍ່​ຫຼວງ​ເພື່ອ​ໃຫ້ 2 ປະ​ເທດ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ​ເພີ່ມ​ທະວິ​ການ​ລົງທຶນ​ຂອງ​ອີ​ຕາ​ລີ ​ເຂົ້າ​ຫວຽດນາມ. ​ໃນ​ປີ 2014, ມີ​​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດອີ​ຕາ​ລີ ຫຼາຍ​ແຫ່ງ​​ມາ​ຫວຽດນາມ ສຳ​ຫຼວດຕະຫຼາ​ດ​​. ຫວຽດນາມ ກໍ່​ເພີ່ມ​ທະວີບັນດາ​ຂົວ​ເຊື່ອມ​ຕໍ່​ເພື່ອ​ຊອກ​ຫາ​ຄູ່​ຮ່ວມ​ມື​ເສດຖະກິດຢູ່​ອີ​ຕາ​ລີ, ຜ່ານ​ການຈັດ​ຫ້ອງການ​ການ​ຄ້າຫວຽດນາມ ຢູ່​ Milan. ມີ​ບາງ​ເຂດ​ອື່ນ​ຂອງ​ອີ​ຕາ​ລີ, ​ໃນ​ນັ້ນ​ມີ Lazio ກໍ່​ພວມ​ຊອກ​ຫາ​ກາ​ລະ​ໂອກາດ​ຮ່ວມ​ມື​ດ້ານ​ເສດຖະກິດ​ກັບ​ຫວຽດນາມ.

        ຜູ້​ຕາງໜ້າ​ດ້ານ​ເສດຖະກິດ​ເຂດ Lazio, ທ່ານ Guido Fabiani ຢືນຢັນ​ວ່າ, ​ເຂດ Lazio ຈະ​ມີ​ລາຍການ​ໂຄສະນາ​ກ່ຽວ​ກັບ​ການ​ຊອກ​ຮູ້​ການ​ລົງທຶນ​ເຂົ້າ​ຫວຽດນາມ ​ເພື່ອ​ແນ​ໃສ່​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ຂອງ​ເຂດ ຊອກ​ຫາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ກັບ​ຄູ່​ຮ່ວມ​ມື​ຫວຽດນາມ.

ຂ່າວ/ບົດ​ອື່ນ