ວິ​ສາ​ຫະກິດ​ເກືອບ 18.000 ​ແຫ່ງ ກັບ​ຄື​ນສູ່​ການ​ເຄື່ອນ​ໄຫວ​ເປັນ​ປົກກະຕິ

(VOVWORLD) -ຂະແໜງຜະລິດຮັບໃຊ້ໃຫ້ແກ່ການເຄື່ອນໄຫວປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ ຍັງຮັກສາໄດ້ທ່າເຕີບໂຕຢ່າງແຮງ, ເປັນຕົ້ນແມ່ນ ການຢາ, ເຄມີ ແລະ ວັດຖຸຜະລິດຢາ ໄດ້ເພີ່ມຂຶ້ນກວ່າ 25%. ຂະແໜງການຜະລິດຖ່ານຫີນ, ເຈ້ຍ ແລະ ຜະລິດຕະພັນຈາກເຈ້ຍ, ທາດເຄມີເພີ່ມຂຶ້ນ 8 – 17%.

ວິ​ສາ​ຫະກິດ​ເກືອບ 18.000 ​ແຫ່ງ ກັບ​ຄື​ນສູ່​ການ​ເຄື່ອນ​ໄຫວ​ເປັນ​ປົກກະຕິ - ảnh 1 (ພາບປະກອບ: VTV)

        ຕາມກົມໃຫຍ່ສະຖິຕິແລ້ວ, ໄລ່ຮອດທ້າຍເດືອນ ເມສາ 2020 ມີວິສາຫະກິດ 17.800 ແຫ່ງ ໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ. ໃນນັ້ນ, ເດືອນເມສາ ແມ່ນເດືອນມີຈໍານວນວິສາຫະກິດກັບຄືນສູ່ການເຄື່ອນໄຫວຫຼາຍທີ່ສຸດ ດ້ວຍວິສາຫະກິດຫຼາຍກວ່າ 3.800 ແຫ່ງ, ເພີ່ມຂຶ້ນ 11% ເມື່ອທຽບໃສ່ເດືອນແລ້ວນີ້. ນອກຈາກນັ້ນ, ໄດ້ມີວິສາຫະກິດ 37.000 ແຫ່ງ ໄດ້ຮັບການສ້າງຕັ້ງໃໝ່, ເຊິ່ງເປັນສັນຍານຕັ້ງໜ້າ ຈາກພາກສ່ວນເສດຖະກິດທີ່ພວມເລີ່ມຕົ້ນຄືນໃໝ່ພາຍຫຼັງໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ.

        ຂະແໜງຜະລິດຮັບໃຊ້ໃຫ້ແກ່ການເຄື່ອນໄຫວປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ ຍັງຮັກສາໄດ້ທ່າເຕີບໂຕຢ່າງແຮງ, ເປັນຕົ້ນແມ່ນ ການຢາ, ເຄມີ ແລະ ວັດຖຸຜະລິດຢາ ໄດ້ເພີ່ມຂຶ້ນກວ່າ 25%. ຂະແໜງການຜະລິດຖ່ານຫີນ, ເຈ້ຍ ແລະ ຜະລິດຕະພັນຈາກເຈ້ຍ, ທາດເຄມີເພີ່ມຂຶ້ນ 8 – 17%.


ຕອບກັບ

ຂ່າວ/ບົດ​ອື່ນ