ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວທີ່ກອງປະຊຸມ
(ພາບ: ຟ້າມກຽນ/ສຳນັກຂ່າວສານຫວຽດນາມ)
(vovworld) – ພັກ, ລັດຍາມໃດກໍ່ຖືວິສາຫະກິດແມ່ນກຳລັງປະຈັນບານນຳໜ້າໃນການພັດທະນາເສດຖະກິດ. ໜູນຊ່ວຍວິສາຫະກິດແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ. ທ່ານ ເວືອງດິ່ງເຫ້ວ, ຮອງນາຍົກລັດຖະມົນຕີ ໄດ້ຢັ້ງຢືນຄືແນວນັ້ນທີ່ການພົບປະກັບນັກທຸລະກິດໜຸ່ມ 100 ຄົນທີ່ດີເດັ່ນໃນປີ 2016 ໃນຕອນເຊົ້າວັນທີ 3/6, ທີ່ສຳນັກງານລັດຖະບານ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ແຜນນະໂຍບາຍຂອງພັກ, ລັດແມ່ນຖືທຸກພາກສ່ວນເສດຖະກິດລ້ວນແຕ່ມີຄວາມສຳຄັນ, ສົ່ງເສີມບັນດາພາກສ່ວນເສດຖະກິດແກ່ງແຍ້ງສະເໝີພາບຕໍ່ກັນ, ເຄົາລົບສິດເສລີພາບໃນການດຳເນີນທະລຸກິດຂອງ ພົນລະເມືອງທຸກໆຄົນ, ວິສາຫະກິດທຸກໆແຫ່ງ. ລັດຖະບານຊອກຫາທຸກໆມາດຕະການເພື່ອໜູນຊ່ວຍວິສາຫະກິດ, ສ້າງການເຄື່ອນໄຫວຂອງວິສາຫະກິດ, ຖືວິສາຫະກິດພາກເອກະຊົນແມ່ນກຳລັງໜູນສຳຄັນເພື່ອພັດທະນາປະເທດຊາດ. ລັດຖະບານໄດ້ກະກຽມການຍື່ນສະເໜີຕໍ່ສະພາແຫ່ງຊາດກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ. ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ: ລັດຖະບານຈະມີການກະທົບໜູນຊ່ວຍພັດທະນາວິສາຫະກິດ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກທ່ີສຸດ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດຂອງ ຫວຽດນາມ ເພື່ອໃຫ້ບັນດາວິສາຫະກິດຂຶ້ນກັບທຸກໆພາກສ່ວນເສດຖະກິດລ້ວນແຕ່ເຄື່ອນໄຫວໃນສະພາບແວດລ້ອມຄືກັນ, ບໍ່ມີການຈຳແນກການປະພຶດ ແລະ ຕາມຫຼັກການຕະຫຼາດ.