ວາງສະແດງປະມວນລັດຖະດຳລັດຂອງປະທານລັດຖະບານຊົ່ວຄາວປະເທດສາທາລະນະປະຊາທິປະໄຕຫວຽດນາມ

(VOVWORLD) -ວັນທີ 01 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2018), ກົມເອກະສານ ແລະ ສຳເນົາແຫ່ງລັດ, ກະຊວງພາຍໃນ ໄດ້ສົມທົບກັບເຂດປູຊະນີຍະສະຖານປະທານໂຮ່ຈິມິນ ຢູ່ທຳນຽບປະທານປະເທດ ຈັດພິທີໄຂງານວາງສະແດງ

ວາງສະແດງປະມວນລັດຖະດຳລັດຂອງປະທານລັດຖະບານຊົ່ວຄາວປະເທດສາທາລະນະປະຊາທິປະໄຕຫວຽດນາມ - ảnh 1 (ພິທີໄຂງານວາງສະແດງ: ຊັບສົມບັດຂອງຊາດ - ປະມວນລັດຖະດຳລັດຂອງປະທານລັດຖະບານຊົ່ວຄາວປະເທດສາທາລະນະປະຊາທິປະໄຕຫວຽດນາມ 1945 – 1946)

ຊັບສົມບັດຂອງຊາດ - ປະມວນລັດຖະດຳລັດຂອງປະທານລັດຖະບານຊົ່ວຄາວປະເທດສາທາລະນະປະຊາທິປະໄຕຫວຽດນາມ 1945 – 1946.

        ບັນດາລັດຖະດຳລັດທີ່ວາງສະແດງໄດ້ຮັບການຄັດເລືອກຈາກລັດຖະດຳລັດ 117 ສະບັບ ທີ່ໄດ້ຮັບການຮັບຮອງວ່າແມ່ນຊັບສົມບັດຂອງຊາດ ພ້ອມກັບບົດບັນທຶກກອງປະຊຸມສະພາລັດຖະບານ, ພາບຖ່າຍເອກະສານ… ໄດ້ຮັບການວາງສະແດງເປັນ 4 ພາກ: ພາກທີ່ໜຶ່ງ - ການປະຕິວັດເດືອນສິງຫາ ສຳເລັດຜົນ - ບາດລ້ຽງປະຫວັດສາດ; ພາກທີ 2 - ການກໍ່ສ້າງ ແລະ ປັບປຸງອຳນາດການປົກຄອງແຫ່ງລັດໃນເບື້ອງຕົ້ນ; ພາກທີ 3 - ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ; ພາກທີ 4 - ກໍ່ສ້າງ, ພັດທະນາວັດທະນະທຳ, ການສຶກສາ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ - ສັງຄົມ, ການທູດ.

        ງານວາງສະແດງໄດ້ປະກອບສ່ວນຢືນຢັນບົດບາດ, ຂອບຂະໜາດ ແລະ ຂີດໝາຍຂອງປະທານໂຮ່ຈິມິນ, ຜູ້ນຳລັດຖະບານຊົ່ວຄາວຂອງປະເທດສາທາລະນະປະຊາທິປະໄຕຫວຽດນາມ; ໂຄສະນາ, ສຶກສາມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ ກໍຄືອາລົມຈິດທີ່ມີຕໍ່ປະທານໂຮ່ຈິມິນ, ຜູ້ນຳທີ່ສະຫຼາດສ່ອງໄສ, ສຸດຈິດສຸດໃຈເພື່ອປະເທດຊາດ ແລະ ຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ