ວາງສະແດງຫົວເລື່ອງສະເພາະ“ສະພາແຫ່ງຊາດຫວຽດນາມຮ່ວມເດີນທາງພ້ອມກັບປະເທດຊາດ”ຢູ່ນະຄອນໂຮ່ຈິມິນ
ພິທີໄຂງານວາງສະແດງ
(ພາບ: qdnd)
(vovworld) - ງານວາງສະແດງຫົວເລື່ອງສະເພາະ “ສະພາແຫ່ງຊາດຫວຽດນາມ ຮ່ວມເດີນທາງພ້ອມກັບປະເທດຊາດ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 07/07, ຢູ່ຫໍພິພິດຕະພັນນະຄອນໂຮ່ຈິມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະພາແຫ່ງຊາດຫວຽດນາມ ແລະ ຊົມເຊີຍຜົນສຳເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2020. ມີກວ່າ 300 ພາບຖ່າຍ, ເອກະສານ ແລະ ວັດຖຸພັນທີ່ວາງສະແດງຢູ່ງານວາງະແດງ ຖືກແບ່ງເປັນ 3 ຫົວຂໍ້ຕົ້ນຕໍ່ຄື: ການເລືອກຕັ້ງທົ່ວປະເທດຄັ້ງທຳອິດ, ສະພາແຫ່ງຊາດຫວຽດນາມເອກະພາບ ແລະ 40 ປີແຫ່ງວັນນະຄອນໄຊ່ງອນ - ຢາດິ້ງ ເປັນກຽດທີ່ໄດ້ໃສ່ຊື່ຂອງປະທານໂຮ່ຈິມິນ. ງານວາງສະແດງຫົວເລື່ອງສະເພາະຄັ້ງນີ້ກໍໄດ້ໂຄສະນາເຖິງມະຫາຊົນບັນດາຜົນງານທີ່ສຳຄັນໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ… ເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນທີ່ສູ້ຊົນບັນລຸໄດ້ໃນຕະຫຼອດໄລຍະ 40 ປີຜ່ານມາ. ງານວາງສະແດງຈະອັດລົງໃນວັນທີ 03/02/2017.