ວາ​ລະກອງ​ປະ​ຊຸມ​ຄັ້ງ​ທີ 45 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XIV ຈະ​ຕີ​ລາ​ຄາ​ສະ​ພາບ​ການ​ເສດ​ຖະ​ກິດ ສັງ​ຄົມ 4ເດືອນ​ຕົ້ນ​ປີ 2020

(VOVWORLD) -ຕາມແຈ້ງການຂອງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ, ວັນທີ 8 ພຶດສະພາ 2020, ວາລະກອງປະຊຸມຄັ້ງທີ 45 ຂອງຄະນະປະຈຳສະພາແຫ່ງຊາດຈະໄດ້ດຳເນີນໃນວັນທີ 8, 15 ແລະ 16 ພຶດສະພາຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. 
ວາ​ລະກອງ​ປະ​ຊຸມ​ຄັ້ງ​ທີ 45 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XIV ຈະ​ຕີ​ລາ​ຄາ​ສະ​ພາບ​ການ​ເສດ​ຖະ​ກິດ ສັງ​ຄົມ 4ເດືອນ​ຕົ້ນ​ປີ 2020 - ảnh 1

ພິທີອັດວາລະກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)

ທ່ານນາງຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຈະເຂົ້າຮ່ວມ, ກ່າວຄຳເຫັນໄຂກອງປະຊຸມ ແລະ ພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດ ປ່ຽນກັນບໍລິຫານເນື້ອໃນກອງປະຊຸມ.

        ຕາມລາຍການແລ້ວ, ຄະນະປະຈຳສະພາແຫ່ງຊາດຈະດຳເນີນການພິຈາລະນາ, ປະກອບຄຳເຫັນ (ຄັ້ງທີ 2) ໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ, ບັນດາບົດລາຍງານຂອງລັດຖະບານກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ໃນປີ 2019, ຕີລາຄາສະພາບການຜັນຂະຫຍາຍການປະຕິບັດແຜນການພັດທະນາເສດຖະກິດ -ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2020, ລາຍງານການກະກຽມໃຫ້ແກ່ກອງປະຊຸມສະໄໝສະມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ XIV

ຕອບກັບ

ຂ່າວ/ບົດ​ອື່ນ