ທ່ານປະທານສານປະຊາຊົນສູງສຸດ ເຈືອງຮ່ວາບີງ
|
Vovworld- ໃນຂອບເຂດກອງປະຊຸມຄັ້ງທີ 16, ຕອນເຊົ້າວັນທີ 22/3, ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ໄດ້ດຳເນີນການຊັກຖາມທ່ານປະທານສານປະຊາຊົນສູງສຸດ ເຈືອງຮ່ວາບີງຊຶ່ງໄດ້ສຸມໃສ່ ບັນດາ ວິທີການແກ້ໄຂເພື່ອຈຳກັດຄວາມອ່ອນດ້ອຍທາງດ້ານຄຸນນະພາບໃນການພິພາກສາຂອງພະນັກງານຜູ້ພິພາກສາ ພາກສ່ວນໜຶ່ງ, ບັນດາມາດຕະການເພີ່ມທະວີການຕິດຕາມກວດກາເພື່ອຕ້ານຄືນປະກົດການຫຍໍ້ທໍ້ໃນຂະແໜງສານ. ກ່ຽວກັບການຈຳກັດສະພາບມີຄະດີຫຼາຍລາຍຕ້ອງຍືນເຖິງຂັ້ນຕິດຕາມກວດກາກໍຄືການຍົກສູງຄຸນນະພາບໃນການພິພາກສາຂອງພະນັກງານຜູ້ພິພາກສາ. ທ່ານປະທານສານປະຊາຊົນສູງສຸດ ເຈືອງຮ່ວາບີງ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າໄດ້ມີວິທີການແກ້ໄຂທີ່ວ່າ ສະພາຜູ້ພິພາກສາ ເພີ່ມທະວີການເຮັດວຽກ ນັບທັງມື້ວັນເສົາ ເພື່ອຫຼຸດຈຳນວນຄະດີທີ່ຍັງບໍ່ທັນພິພາກສາ. ໃນຍາວນານ ຍັງຄົງແມ່ນບັນຫາຕ້ອງເຮັດແນວໃດເພື່ອຍົກສູງຄຸນນະພາບການພິພາກສາເພື່ອຫຼຸດຜ່ອນສະພາບຍືນສະເໜີແກ້ໄຂຢູ່ສານຂັ້ນເທິງ. ນອກຈາກນັ້ນ, ການຍົກສູງຄຸນນະພາບຖັນແຖວພະນັກງານຂະແໜງສານ ກໍຕ້ອງໄດ້ຮັບຄວາມເອົາໃຈໃສ່. ໃນໄລຍະທີ່ຈະເຖິງ, ຂະແໜງສານຈະຜັນຂະຫຍາຍການບຳລຸງສ້າງພະນັກງານຄຸ້ມຄອງ, ບຳລຸງສ້າງຍົກສູງລະດັບວິຊາຊີບຂອງພະນັກງານຂະແໜງສານ ”
ທ່ານປະທານສານປະຊາຊົນສູງສຸດເຈືອງຮ່ວາບີງຍັງໝັ້ນໝາຍຕໍ່ໜ້າ ຄະນະປະຈຳສະພາແຫ່ງຊາດ ຈະຊີ້ນຳເພື່ອປະຕິບັດມະຕິຕົກລົງ 37 ຂອງສະພາແຫ່ງຊາດກ່ຽວກັບວຽກງານຕຸລາການປີ 2013 ແລະ ຊຸມປີຕໍ່ໆໄປເປັນຢ່າງດີ, ແນໃສ່ເຮັດໃຫ້ວຽກງານພິພາກສາຂອງສານໄດ້ຮັບຜົນດີ.
ບັນຫາພົ້ນເດັ່ນຂອງຂະແຫນງສຶກສາຄື: ຍົກສູງຄຸນນະພາບການບຳລຸງສ້າງ, ຜັນຂະຫຍາຍນະໂຍບາຍຫນູນຊ່ວຍຂອງລັດຖະບານທີ່ມີຕໍ່ນັກຮຽນຢູ່ເຂດພູດອຍ, ການວາງແຜນກຳນົດເຄືອຂ່າຍບັນດາມະຫາວິທະຍາໄລ, ວິທະຍາໄລ ນັ້ນແມ່ນບັນດາເນື້ອໃນໄດ້ເຕື້ອງເຖິງທີ່ວາລະຊັກຖາມທ່ານ ຟ້າມຫວູລ້ວນ, ລັດຖະມົນຕີກະຊວງສຶກສາ ທີ່ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດຊຶ່ງດຳເນີນໄປໃນຕອນບ່າຍວັນດຽວກັນ. ເມື່ອເວົ້າເຖິງເລື່ອງສອນພາສາ ຫວຽດໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ແມ່ນປັດໄຈຊ່ວຍໃຫ້ຫວຽດນາມ ເຊື່ອມໂຍງຢ່າງຮອບດ້ານ, ທ່ານລັດຖະມົນຕີ ຟ້າມຫວູລ້ວນ ໃຫ້ຮູ້ວ່າ:
“ຫວຽດນາມ ໄດ້ສ້າງແຜນຮ່າງສອນພາສາຫວຽດໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ໄດ້ຮັບການຜັນຂະຫຍາຍໃນໄລຍະ 5 ປີ ແຕ່ມາຮອດປະຈຸບັນແມ່ນສິ້ນສຸດແລ້ວ. ສະເຫນີສະພາແຫ່ງຊາດເພື່ອສືບຕໍ່ປະຕິບັດແຜນຮ່າງຄືດັ່ງກ່າວ. ແຜນຮ່າງສອນພາສາຫວຽດ ແມ່ນສອນຜ່ານວິທະຍຸ, ໂທລະພາບ ແລະ ຈະຜັນຂະຫຍາຍທາງອິນເຕີແນດ.”
ແລະກໍ່ໃນຕອນບ່າຍວັນດຽວກັນ, ກອງປະຊຸມຄັ້ງທີ 16 ຄະນະປະຈຳສະພາແຫ່ງຊາດໄດ້ອັດລົງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຊີ້ແຈງວ່າ: ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດສືບຕໍ່ຈັດຕັ້ງການເຄື່ອນໄຫວ ຮັບຟັງບົດລາຍງານ, ອະພິປາຍຂອງບັນດາທ່ານລັດຖະມົນຕີ, ການນຳຂະແຫນງການກ່ຽວກັບບັນຫາຮ້ອນເຮັ່ງໃນຂົງເຂດທີ່ຮັບຜິດຊອບ, ຄະນະປະຈຳສະພາແຫ່ງຊາດຈະປະກາດໃຊ້ບົດສະຫລຸບກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມໃນກອງປະຊຸມຄັ້ງນີ້ເພ່ືອເປັນພື້ນຖານໃຫ້ແກ່ບັນດາອົງການຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງຕິດຕາມ.