ວາລະປະຊຸມຂອງສະພາແຫ່ງລັດກ່ຽວກັບການພັດທະນາຢ່າງໝັ້ນຄົງ

ວາລະປະຊຸມຂອງສະພາແຫ່ງລັດກ່ຽວກັບການພັດທະນາຢ່າງໝັ້ນຄົງ  - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 22/2, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ສະພາ​ແຫ່ງ​ລັດ​ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ. ກ່າວ​ຄວາມ​ເຫັນ​ໄຂວາລະ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ ​ເນັ້ນ​ໜັກ​ວ່າ, ປີ 2013 ​ແມ່ນ​ປີ​ບານພັບ​ໃນ​ແຜນການ 5 ປີ 2011 – 2015, ດັ່ງ​ນັ້ນ​ໃນ​ປີ​ນີ້, ສະພາ​ແຫ່ງ​ລັດ​ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຕ້ອງ​ມີ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ຕົວ​ຈິງ​ແຫ່ງ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ຫວຽດນາມ, ພ້ອມ​ທັງ​ສ້າງ​ບົດ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ຫວຽດນາມ ​ໃຫ້​ສຳ​ເລັດ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ.

ຕາມ​ແຜນການ​ແລ້ວ, ​ໃນ​ປີ​ນີ້, ສະພາ ​ແລະ ບັນດາ​ຄະນະກຳມະ​ການວິຊາ​ການຈະ​ເປັນ​ເສນາ​ທິການ, ​ໃຫ້ຄຳ​ປຶກສາ​ແກ່ນາຍົກລັດຖະມົນຕີ​ໃນ​ຫຼາຍ​ບັນຫາ, ພິ​ເສດ​ແມ່ນ​ສະ​ເໜີ​ບັນດາ​ມາດ​ຕະການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ຫວຽດນາມ ​ໄລຍະ 2011 – 2020 ​ແລະ ​ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການພັດທະນາ​ຢ່າງ​ໝັ້ນຄົງ​​ໄລຍະ 2013 – 2015.

ຂ່າວ/ບົດ​ອື່ນ