ວາລະປະຊຸມຄັ້ງທີ 10 ສະພາແຫ່ງຊາດຫວຽດນາມ ສືບຕໍ່ເຮັດວຽກ

 ວາລະປະຊຸມຄັ້ງທີ 10 ສະພາແຫ່ງຊາດຫວຽດນາມ ສືບຕໍ່ເຮັດວຽກ - ảnh 1

ທ່ານ​ນາງTruong Thi Mai ປະທານ​ກຳມາ​ທິການ​

ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ

(ພາບ:.flickr.com)​

( vovworld ) – ​ໂດຍ​ໄດ້​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງທີ 10, ຕອນ​ເຊົ້າວັນ​ທີ 14/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຫລີກ​ລ້ຽງ ​ແລະ ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ. ທີ່​ວາລະ​ປຶກສາ​ຫາລື, ບັນດາ​ສະມາຊິກ​ໃນຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ໄດ້​ເຫັນ​ດີ​ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຫລີກ​ລ້ຽງ ​ແລະ ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ ​ເພື່ອ​ແນ​ໃສ່​ສ້າງ​ກົດໝາຍ​ທີ່​ມີ​ຕໍ່​ການ​ເຄື່ອນ​ໄຫວ​ປ​້ອງກັນ, ຮັບ​ມື ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ, ​ເພີ່ມທະວີການ​ຄຸ້ມ​ຄອງ​ແຫ່ງ​ລັດ​ໃນ​ຂົ​ງ​ເຂດ​ນີ້, ປະກອບສ່ວນ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ທ່ານ​ນາງ Truong Thi Mai ປະທານ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ມີ​ຄຳ​ເຫັນ​ວ່າ:

  “ສຳລັບ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຫລີກ​ລ້ຽງ​ໄພ​ທຳ​ມະ​ຊາດ​ຕ້ອງ​ລະດົມ​ບັນດາ ກຳລັງ, ອົງການ​ຈັດຕັ້ງ ​ແລະ ສ່ວນ​ບຸກຄົນ​ທັງ​ໝົດ. ຂ້າພະ​ເຈົ້າສະ​ເໜີ​ຕ້ອງ​ມີ​ອົງການ 1 ຊ່ວຍ​ລັດຖະບານ ​ແຕ່​ມີ​ຂໍ້ກຳນົດ​ຈຳນວນ 1 ຕື່ມ​ອີກ​ຄື: ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ມີຄວາມ​ຮັບຜິດຊອບພະຍາກອນ, ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ມີ​ຄວາມ​ຮັບຜິດຊອບ​ອຸດ​ໜູນ, ນອກຈາກ​ນັ້ນຍັງ​ມີ​ການ​ປະກອບ​ສ່ວນຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ຕຳຫຼວດ…

 

 

ຂ່າວ/ບົດ​ອື່ນ