ວາລະປະຊຸມຄັ້ງທີ25ຂອງຄະນະປະຈຳສະພາແຫ່ງຊາດ:ສຸມໃສ່ວຽກງານສ້າງກົດໝາຍ
ວາລະປະຊຸມ ຂອງຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ)
(vovworld) – ວາລະປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ຈະໄຂຂຶ້ນໃນຕອນເຊົ້າວັນທີ 20/2. ແລະຈະດຳເນີນໃນເວລາ 2 ວັນ, ເນື້ອໃນວາລະປະຊຸມຄັ້ງນີ້ແມ່ນສຸມໃສ່ເຂົ້າໃນວຽກງານສ້າງກົດໝາຍເປັນຕົ້ນ. ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ບັນດາບັນຫາໃຫຍ່ທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍຕ່າງໆຄື: ກົດໝາຍວ່າດ້ວຍປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ), ກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ), ກົດໝາຍວ່າດ້ວຍທະບຽນສານ (ສະບັບປັບປຸງ), ກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການບິນພົນລະເຮືອນ ຫວຽດນາມ.
ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບໃບສະເໜີຂອງປະທານສານປະຊາຊົນສູງສຸດກ່ຽວກັບເລື່ອງແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດເປັນສະມາຊິກສະພາຜູ້ພິພາກສາສານປະຊາຊົນສູງສຸດ, ປະກອບຄຳເຫັນກ່ຽວກັບບົດລາຍງານຕີລາຄາ, ຖອດຖອນບົດຮຽນກ່ຽວກັບເລື່ອງຜັນຂະຫຍາຍການປະຕິບັດມະຕິເລກທີ 35/2012/QH13 ລົງວັນທີ 21/11/2012 ກ່ຽວກັບເລື່ອງລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈ ສຳລັບຜູ້ດຳເນີນຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງຫຼືໃຫ້ສັດຕະຍາບັນ ແລະ ຕົກລົງບາງເນື້ອໃນສຳຄັນອື່ນໆອີກ.