ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
(ພາບ: TTXVN)
|
(vovworld) – ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງເປັນປະທານວາລະປະຊຸມໃນຕອນບ່າຍວັນທີ 25/4, ຢູ່ສຳນັກງານສູນກາງພັກ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາວ່າ: ໃນ 3 ເດືອນຕົ້ນປີ 2015, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າໃນຫຼາຍດ້ານຄື: ການສ້າງ ແລະ ປັງປຸງລະບອບກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການປະຕິບັດບາງມາດຕະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ພິເສດແມ່ນການປະຕິຮູບການບໍລິຫານ, ການສົມທົບກັນລະຫວ່າງບັນດາອົງການກ່ຽວຂ້ອງໃນນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ພົບເຫັນ, ປັບໄໝລົງໂທດການສ້ໍລາດບັງຫຼວງ. ໃນ 3 ເດືອນຈະມາເຖິງ, ຄະນະຊີ້ນຳສືບຕໍ່ຊີ້ນຳການຍູ້ແຮງວຽກງານໂຄສະນາເຜີຍແຜ່, ສຶກສາກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປັບປຸງລະບອບກ່ຽວກັບການຄຸ້ມຄອງເສດຖະກິດ - ສັງຄົມເພື່ອປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ເໝາະສົມກັບລັດຖະທຳມະນູນ; ການຊີ້ນຳ, ກະຕຸກຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເອົາໃຈໃສ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ເພື່ອໃຫ້ວຽກງານ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງບັນລຸໝາກຜົນສູງກ່ວາ, ຖັນແຖວພະນັກງານຂອງບັນດາອົງການ, ຫົວໜ່ວຍປະຕິບັດວຽກງານນີ້ໂດຍກົງຄວນສຸມໃສ່ຜັນຂະຫຍາຍການປະຕິບັດຢ່າງເຖິງຖອງກ່ວາອີກ, ເພີ່ມທະວີການກວດກາ, ກະຕຸກຊຸກຍູ້ການປະຕິບັດບົນພື້ນຖານບັນດາແຜນການ, ລາຍການເຮັດວຽກ, ບັນດາຂອດຈຸດສຸມທີ່ໄດ້ຮັບການກຳນົດແລ້ວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮຽກຮ້ອງວ່າ: ຕ້ອງເພີ່ມທະວີການກວດກາບັນດາອົງການກ່ຽວຂ້ອງ, ຄະນະພັກທ້ອງຖິ່ນຕ່າງໆ, ຍົກສູງປະສິດທິຜົນວຽກງານສື່ສານ, ໂຄສະນາກ່ຽວກັບໝາກຜົນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ເຖິງປະຊາຊົນ.