ວາລະປະຊຸມຄົບຄະນະກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນ

(VOVWORLD) -ກອງປະຊຸມ ມີຫົວຂໍ້ວ່າ “ເພີ່ມທະວີຄວາມມານະພະຍາຍາມລວມ ແລະ ເປີດກວ້າງການພົວພັນຄູ່ຮ່ວມມື ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ລົ່ງແມ່ນ້ຳຂອງ”

ວາລະປະຊຸມຄົບຄະນະກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນ  - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມຫງວນຊວນຟຸກແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(ພາບ:TTXVN)

ວັນທີ 5 ເມສາ, ຢູ່ຊຽມຣຽບ, ກຳປູເຈຍ, ໄດ້ດຳເນີນວາລະປະຊຸມຄົບຄະນະກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 3 (MRC). ກອງປະຊຸມ ມີຫົວຂໍ້ວ່າ “ເພີ່ມທະວີຄວາມມານະພະຍາຍາມລວມ ແລະ ເປີດກວ້າງການພົວພັນຄູ່ຮ່ວມມື ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ລົ່ງແມ່ນ້ຳຂອງ”, ໂດຍການເຂົ້າຮ່ວມຂອງການນຳ 04 ປະເທດສະມາຊິກ ນັ້ນແມ່ນ ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບລາຊະອານາຈັກກຳປູເຈຍ Samdem Techo Hunsen, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວນຊວນຟຸກ.

        ກອງປະຊຸມໄດ້ສຸມໃສ່ກວດຄືນສະພາບການການຮ່ວມມືໃນຂອບເຂດຄະນະກຳມາທິການ, ປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກທີ່ກອງປະຊຸມສຸດຍອດຄັ້ງທີ 2 ແຕ່ປີ 2014 ຢູ່ນະຄອນໂຮ່ຈີມິນ ແລະ ກຳນົດບັນດາຂົງເຂດບຸລິມະສິດໃນໄລຍະຕໍ່ໄປ.

ກ່ຽວກັບການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ, ບັນດາການນຳໄດ້ຢັ້ງຢືນຄຳໝັ້ນສັນຍາ ແລະ ຕັດສິນໃຈຊຸກຍູ້ວິວັດທະນາການຮ່ວມມືແມ່ນ້ຳຂອງຢ່າງແຮງກວ່າອີກ ເພື່ອແນໃສ່ຍາດແຍ່ງບັນດາກາລະໂອກາດໃນການພັດທະນາ ແລະ ຜ່ານຜ່າບັນດາສິ່ງທ້າທາຍ, ຜັນຂະຫຍາຍບັນດາຄວາມມານະພະຍາຍາມລວມ ເພື່ອແນໃສ່ຊຸກຍູ້ການປະຕິບັດຍຸດທະສາດຮ່ວມມືຢູ່ລົ່ງແມ່ນ້ຳຂອງ. ບັນດາຝ່າຍເຫັນດີເປັນເອກະພາບນຳກັນວ່າ ຄະນະກຳມາທິການຄວນເສີມຂະຫຍາຍບົດບາດໃນການກຳນົດທິດຮ່ວມມື ແລະ ວາງອອກບັນດາມາດຕະການລະອຽດກວ່າອີກ ເພື່ອແນໃສ່ບັນລຸບັນດາເປົ້າໝາຍພັດທະນາແບບຍືນຍົງໃນພາກພື້ນ; ເພີ່ມທະວີການຮ່ວມມືກັບບັນດາກົນໄກຢູ່ພາຍໃນ ແລະ ນອກພາກພື້ນຄືອາຊຽນ, ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ, ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ແລະບັນດາອົງການຄຸ້ມຄອງລົ່ງແມ່ນ້ຳສາກົນອື່ນ, ພ້ອມທັງສືບຕໍ່ສົ່ງເສີມການເຂົ້າຮ່ວມຂອງທັງປະຊາຄົມ.

        ກອງປະຊຸມເຫັນດີເປັນເອກະສັນຮັບຮອງເອົາຖະແຫຼງການຮ່ວມຊຽມຣຽບຮັບຮູ້ບັນດາຜົນງານຂອງຄະນະກຳມາທິການບັນລຸໄດ້, ຊີ້ອອກບັນດາສິ່ງທ້າທາຍ ແລະ ກາລະໂອກາດໃໝ່ສຳລັບລົ່ງແມ່ນ້ຳຂອງ, ພ້ອມທັງກຳນົດການເຄື່ອນໄຫວບຸລິມະສິດໃນໄລຍະ 4  ປີ ຈະມາເຖິງ ກໍຄືກຳນົດທິດໄລຍະຍາວໃຫ້ແກ່ການຮ່ວມມືໃນຂອບເຂດຄະນະກຳມາທິການ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຄວາມສົນໃຈຕົ້ນຕໍຂອງລັດຖະບານ ຫວຽດນາມ ໃນປັດຈຸບັນແມ່ນຮັບມືກັບບັນດາຜົນກະທົບຫຍໍ້ທໍ້ສຳລັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຍ້ອນການປ່ຽນແປງຂອງດິນຟ້າອາກາດ, ບັນດາປະກົດການຂອງດິນຟ້າອາກາດຢ່າງຮ້າຍແຮງ ແລະ ການເຄື່ອນໄຫວຂອງມະນຸດ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ປັດຈຸບັນ ເຂດລົ່ງແມ່ນ້ຳຂອງຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ ຄືການເພີ່ມຂຶ້ນຢ່າງແຮງຂອງປະຊາກອນ. ດັ່ງນັ້ນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີຄະນະກຳມາທິການແມ່ນ້ຳຂອງສາກົນສຸມໃສ່ໃຫ້ແກ່ການນຳໃຊ້ແຫຼ່ງຊັບພະຍາກອນນ້ຳແມ່ຂອງ ແລະ ບັນດາຊັບພະຍາກອນທີ່ກ່ຽວຂ້ອງແບບຍືນຍົງ, ສະເໝີພາບ, ເໝາະສົມ.

        “ທີ 1 ຄວນເພີ່ມທະວີການປະຕິບັດສັນຍາແມ່ນ້ຳຂອງ 1995 ຢ່າງຄົບຖ້ວຍ, ແທດຈິງ ແລະ ມີປະສິດທິຜົນ ກໍ່ຄືຊຸດບັນດາເອກະສານ, ຂໍ້ກຳນົດຂອງຄະນະກຳມາທິການ MRC; ຍົກສູງປະສິດທິຜົນບົດບາດໃນການຕິດຕາມກວດກາ ແລະ ປະສານງານຂອງ MRC ໃນການປະຕິບັດຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກ; ທີ 2 ສ້າງກອບວາງແຜນພັດທະນາລົ່ງແມ່ນ້ຳຂອງໃຫ້ກົມກຽວກັບການວາງແຜນຜັງຊັບພະຍາກອນນ້ຳຂອງບັນດາປະເທດສະມາຊິກ; ສະເໜີບັນດາໂຄງການລວມກ່ຽວກັບການຄຸ້ມຄອງນຳໃຊ້ຊັບພະຍາກອນນ້ຳແມ່ນ້ຳຂອງແບບຍືນຍົງ; ທີ 3 ແບ່ງປັນຂໍ້ມູນຂ່າວສານ, ຂໍ້ມູນກ່ຽວກັບລົ່ງແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ, ເພີ່ມທະວີການຕິດຕາມກວດກາຊັບພະຍາກອນນ້ຳ ແລະ ບັນດາຊັບພະຍາກອນທີ່ກ່ຽວຂ້ອງໃນພາກພື້ນ.

        ຜົນສຳເລັດຂອງກອງປະຊຸມສຸດຍອດຄັ້ງນີ້ ຈະປະກອບສ່ວນເພີ່ມທະວີ ການຮ່ວມມື, ຄວາມສະໜິດຕິດພັນຍາວນານລະຫວ່າງບັນດາປະເທດໃນເຂດລົ່ງແມ່ນ້ຳຂອງກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ແມ່ນ້ຳຂອງແບບຍືນຍົງກ່ວາອີກ.

ແລະຕອນບ່າຍວັນທີ 05 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ເມືອຮອດ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ຄັ້ງທີ 3 ຢ່າງສຳເລັດຜົນຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo HunSen./.

ຕອບກັບ

ຂ່າວ/ບົດ​ອື່ນ