ວາລະປະຊຸມຄົບຄະນະຄັ້ງທີ 5 ກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ

(VOVWORLD) -ຕອນເຊົ້າວັນທີ 19/5, ຢູ່ ຮ່າໂນ້ຍ, ກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ໄດ້ຈັດຕັ້ງວາລະປະຊຸມຄົບຄະນະຄັ້ງທີ 5

ວາລະປະຊຸມຄົບຄະນະຄັ້ງທີ 5 ກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ - ảnh 1 ວາລະປະຊຸມຄົບຄະນະຄັ້ງທີ 5

(ພາບ: TTXVN)

ດຳເນີນການກວດກາບົດລາຍງານເພີ່ມເຕີມຂອງລັດຖະບານກ່ຽວກັບແຜນການປະຕິບັດໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນປີ 2016; ສະພາບຜັນຂະຫຍາຍໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ງົບປະມານປ້ອງກັນຊາດ ປ້ອງກັນຄວາມສະຫງົບ; ໜ້າທີ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນຊຸມເດືອນຕົ້ນປີ 2017 ໂດຍກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຄົມມະນາຄົມຂົນສົ່ງຮັບມອບໝາຍໜ້າທີ່ຈາກທ່ານນາຍົກລັດຖະມົນຕີລາຍງານ.

        ທີ່ວາລະປະຊຸມ, ບັນດາຜູ້ແທນເຫັນດີຕໍ່ບົດລາຍງານຂອງລັດຖະບານ ທີ່ຕີລາຄາເພີ່ມເຕີມໝາກຜົນແຫ່ງການປະຕິບັດໜ້າທີ່ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວມປອດໄພໃນການຈະລາຈອນປີ 2016; ການຜັນຂະຫຍາຍໜ້າທີ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນຂອງຊຸມເດືອນຕົ້ນປີ 2017. ມີຫຼາຍຄວາມເຫັນເນ້ັນໜັກວ່າ, ໄລຍະຜ່ານມາ, ລັດຖະບານ, ຄະນະກຳມະການຮັບປະກັນຄວາມປອດໄພໃນການຈະລາຈອນແຫ່ງຊາດ ໄດ້ຕັ້ງໜ້າຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຜັນຂະຫຍາຍການປະຕິບັດຫຼາຍມາດຕະການຍົກສູງປະສິດທິຜົນວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນໃນຊຸມເດືອນທ້າຍປີ 2016 ແລະ ຕົ້ນເດືອນ 2017. ຄຽງຂ້າງບັນດາມາດຕະການທີ່ລັດຖະບານໄດ້ກຳນົດແລ້ວ, ຄະນະປະຈຳກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສະເໜີລັດຖະບານສືບຕໍ່ຈັດຕັ້ງການຜັນຂະຫຍາຍບັນດາມາດຕະການປະຕິບັດກົດໝາຍກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນຢ່າງຂ້ຽວຂາດກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ