ວາລະປະຊຸມທີ5ອະນຸກຳມະການຈັດຕັ້ງຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ

ວາລະປະຊຸມທີ5ອະນຸກຳມະການຈັດຕັ້ງຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​
ເລຂາທິການສູນ​ກາງ​ ​ເປັນ​ປະທານ​ວາລະ​ປະຊຸມ
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 05/01 ຢູ່​ຮ່າ​ໂນ້ຍ, ອະນຸ​ກຳມະການ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ໄດ້​ໂຮມປະຊຸມ​ວາລະ​ທີ 5. ທ່ານ ​ເລ​ຮົ່ງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາທິການສູນ​ກາງ​, ຫົວ​ໜ້າ​ອະນຸ​ກຳມະການ ​ເປັນ​ປະທານ​ວາລະ​ປະຊຸມ. ທີ່​ວາລະ​ປະຊຸມ, ບັນດາ​ສະມາຊິກ​ອະນຸ​ກຳມະການ​ໄດ້​ຮັບ​ຟັງ ​ແລະ ປະກອບ​ຄຳ​ເຫັນ​​ໃສ່​ບົດລາຍ​ງານ​ຂອງ​ອະນຸ​ກຳມະການ​ກ່ຽວ​ກັບ​ໝາກຜົນ​ຜັນ​ຂະຫຍາຍປະຕິບັດ​ວຽກ​ງານ​ຈັດ​ຕັ້ງ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຂອງ​ບັນດາ​ອົງການ​ສຳນັກງານ, ຫົວໜ່ວຍ​ນັບ​ແຕ່​ວາລະ​ປະຊຸມ​ທີ 4 ມາ​ຮອດ​ປະຈຸ​ບັນ ​ແລະ ບັນດາ​ໜ​້າທີ່ຍັງ​​ເຫຼື​ອຄວນ​ສຸມ​ໃສ່​ແກ້​ໄຂ​ແຕ່​ນີ້​ຈົນ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ; ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການຈັດ​ຕັ້ງວຽກ​ງານຝຶກ​ຊ້ອມ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ.

        ​ເມື່ອ​ສະຫລຸບ​ກອງ​ປະຊຸມ, ທ່ານ ​ເລ​ຮົ່ງ​ແອ​ງ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ວຽກ​ງານ​ກະກຽມ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ຂອງ​ບັນດາ​ອົງການ​ສຳນັກງານ, ຫົວໜ່ວຍ. ມາ​ຮອດ​ປະຈຸ​ບັນ, ຫລາຍ​ວຽກ​ງານ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ, ຮັບປະກັນ​ຄວາມ​ຄືບ​ໜ້າ. ກ່ຽວ​ກັບ​ບັນດາ​ໜ້າ​ທີ່​ນັບ​ແຕ່​ປະຈຸ​ບັນ​​ຮອດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ທ່ານ ​ເລ​ຮົ່ງ​ແອ​ງ ຮຽກຮ້ອງ​ບັນດາ​ອົງການ​ສຳນັກງານ, ຫົວ​ໜ່ວຍກວດກາ​ຄືນ​ບັນດາ​ວຽກ​ງານ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ທັງໝົດ​ຢ່າງ​ຮີບ​ດ່ວນ, ສຳ​ເລັດ​ທຸກ​ວຽກ​ງານ​ທີ່​ຍັງ​ເຫຼືອ​ກ່ຽວ​ກັບ​ການ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ໂດຍ​ໄວ, ປະກອບສ່ວນ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ໃຫ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງານ.

ຂ່າວ/ບົດ​ອື່ນ