ວາລະປະຊຸມປະຈຳເດືອນ 11 ຂອງລັດຖະບານ ຫວຽດນາມ

ວາລະປະຊຸມປະຈຳເດືອນ 11 ຂອງລັດຖະບານ ຫວຽດນາມ - ảnh 1

(ພາບ:baodientu.chinhphu.vn)

(VOV)-  ວັນ​ທີ 29/11, ຢູ່​ສຳ​ນັງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານວາລະ​ປະຊຸມ​ປະຈຳ​ເດືອນ 11 ຂອງ​ລັດຖະບານ. ບັນດາ​ສະມາຊິກ​ລັດຖະບານ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ສະພາບ​ເສດຖະກິດ-​ສັງຄົມ​ເດືອນ 11 ​ແລະ 11 ​ເດືອນ​ປີ 2012; ພ້ອມ​ທັງວາງ​ອອກ​ມາດ​ຕະການ​ສູ້​ຊົນ​ບັນລຸ​​​ຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົມປີ 2012 ​ສູງ​ ສຸດ ​ແລະ ກະກຽມ​ສ້າງ​ແຜນການພັດທະນາ​ເສດຖະກິດ​ສັງຄົມປີ 2013. ກ່າວ​ຄຳ​​ເຫັນ​ສະຫລຸບ​ວາລະ​ປະຊຸມ,  ທ່ານ​ນາຍົກລັດຖະມົນຕີຫວຽດນາມຫງວຽນ​ເຕີນ​ຢຸງ ​ເນັ້ນໜັກ​ວ່າ: ຕ້ອງ​ສືບ​ຕໍ່​ສຸມ​ໃສ່​ປະຕິບັດບັນດາ​ມາດ​ຕະການ​ໄດ້​ວາງ​ອອກ​ຢ່າງ​ຄົບ​ຊຸດ, ສູ້​ຊົນ​ບັນລຸຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົມປີ 2012 ​ສູງ​ສຸດ ພ້ອມ​ທັງ​ຕັ້ງໜ້າ, ຮີບ​ເຮັ່ງ​ກະກຽມ, ສ້າງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມປີ 2013 ຢ່າງ​ລະອຽດ, ​ເຖິງ​ຖອງ. ທ່ານ​ນາຍົກລັດຖະມົນຕີຫວຽດນາມຫງວຽນ​ເຕີນ​ຢຸງ ຖື​ວ່າ:

   “ປະຈຸ​ບັນ, ທະນາຄານ​ຕ້ອງ​ແກ້​ໄຂ​ໜີ້​ເສຍ​ດ້ວຍ​ການ​ຫັກ​ບ້ວງ​ເງິນ​ຈາກ​ກອງ​ທຶນ​ສະ​ສົມປ້ອງ​ກັນ​ຄວາມ​ສ່ຽງ ຊື່​ງບັນດາ​ສະຫາຍ​ຍັງ​ມີ​ຢູ່ 60, 70 ຕື້​ດົ່ງ. ບັນດາ​ສະຫາຍ​ຕ້ອງ​ແກ້​ໄຂ​ກ່ອນ. ທະນາຄານ​ໃດ​ບໍ່​ຫັກ​ບ້ວງ​ເງິນ​ປ້ອງ​ກັນ​ຄວາມ​ສ່ຽງ​ໃຫ້​ພໍ ຈຳ​ເປັນ​ຕ້ອງ​ຫັກ. ຊ້ຳບໍ່​ໜຳ​ຕ້ອງຫັກ​ທຶນ​ດຳລັດ​ເພື່ອ​ແກ້​ໄຂ​ໜີ້​ເສຍ.

 ທ່ານ​ນາຍົກລັດຖະມົນຕີຫວຽດນາມຫງວຽນ​ເຕີນ​ຢຸງ ກໍ່​ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຊຸກຍູ້​ມາດ​ຕະການ​ປ່ອຍ​ເງິນ​ລົງທຶນ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ​ໃຫ້ບຸລິມະສິດ​ພັດທະນາ​ກະສິກຳ, ​ເປີດ​ກ້ວາງ​ຕະຫຼາດ​ສົ່ງ​ອອກ… ​ແລະ ກໍ່​ໃນ​ວາລະ​ປະຊຸມ​ຄັ້ງນີ້, ບັນດາ​ສະມາຊິກ​ລັດຖະບານ​ໄດ້​ຮັບ​ຟັງ ​ແລະ ປະກອບ​ຄວາມ​ເຫັນ​ໃສ່​​ແຜນຮ່າງປະຕິ​ຮູບ​ກົນ​ໄກ​ປະສານ​ງານ​ໃນ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ເສດຖະກິດ​ມະຫາ​ພາກ​ໄລຍະ 2012-2020. ​ແຜນ​ຮ່າງ​ສັງ​ລວມກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ກັນ​ຫັນປ່ຽນ​ຮູບ​ແບບ​ຈະ​ເລີ​ນ​ເຕີບ​ໂຕ; ຮ່າງ​ກົດໝາຍ​ປະຕິບັດ​ການ​ປະຢັດ, ຕ້ານການ​ຟູມ​ເຟືອຍ (ສະປັບປຸງ); ຮ່າງ​ກົດໝາຍ​ປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຢູ່​ອາ​ໄສ.

ຂ່າວ/ບົດ​ອື່ນ