ວາລະພິພາກສາອະດີດ ປະທານາທິບໍດີ Morsi ໄດ້ຮັບການຖ່າຍຖອດສົດ
ອະດີດປະທານາທິບໍດີ Mohamad Morsi
(ພາບ: AFP/Getty Images)
(vovworld)- ວັນທີ 27/1, ຜູ້ນຳໜ້ານອາຍາກາຍໂຣ ໃຫ້ຮູ້ວ່າ, ວາລະພິພາກສາເມື່ອວັນທີ 28/1 ສຳລັບອະດີດປະທານາທິບໍດີ Mohamad Morsi ຈະໄດ້ຖ່າຍຖອດສົດໃນທາງໂທລະພາບແຫ່ງຊາດ. ນີ້ແມ່ນຄັ້ງທຳອິດທີ່ ວາລະພິພາກສາ ທ່ານ Mohamad Morsi ໄດ້ຖ່າຍທອດສົດ ແລະແມ່ນຄັ້ງທີ 2 ທີ່ທ່ານ Mohamad Morsi ປະກົດຕົວຕໍ່ມະຫາຊົນນັບແຕ່ທ່ານຖືກກອງທັບໂຄ່ນລົມເມື່ອຕົ້ນເດືອນ 7/2013 ຜ່ານມາ. ໃນວາລະພິພາກສາເມື່ອວັນທີ 28/1, ທ່ານ Mohamad Morsi ແລະ 130 ຄົນຂອງອົງການອ້າຍນ້ອງຊາວມຸດຊະລິມ ຕ້ອງຂຶ້ນສານດ້ວຍບັນດາໂທດສົມທົບກັບຂະບວນການປະກອບອາວຸດຮາມາດ ຂອງປາແລດສະຕິນ ແລະ ຂະບວນການແຮກໂບລາ ຢູ່ລີບັງ ຈັດການແຫກຄຸກ, ລອບຈັບຕົວ ແລະ ເຂັ່ນຂ້າບັນດານາຍຕຳຫຼວດໃນຕົ້ນປີ 2011./.