ວາລະສານ Economist: ຄາດຄະເນວ່າ ຫວຽດນາມຮັກສາທ່າເຕີບໂຕໃນປີ 2020
(VOVWORLD) -ປີ 2020 ແມ່ນຈຸດເວລາທີ່ດີ ເຊິ່ງບັນດານັກເສດຖະສາດ ໄດ້ເອີ້ນວ່າແມ່ນ “ປີເຕົ້າໂຮມຄວາມກ້າວໜ້າ”.
ການຕໍ່ກ່ຳປັ່ນຂົນສົ່ງສິນຄ້າຂອງບໍລິສັດ ຕໍ່ກ່ຳປັ່ນ Hyundai ຫຽດນາມ (ພາບປະກອບ: TTXVN)
|
ຕາມວາລະສານ Economist (ອັງກິດ) ແລ້ວ, ປີ 2020 ແມ່ນຈຸດເວລາທີ່ດີ ເຊິ່ງບັນດານັກເສດຖະສາດ ໄດ້ເອີ້ນວ່າແມ່ນ “ປີເຕົ້າໂຮມຄວາມກ້າວໜ້າ”, ເຊິ່ງໄດ້ພັນລະນາເຖິງບັນດາພື້ນຖານເສດຖະກິດຂອງບັນດາປະເທດທຸກຍາກພັດທະນາໄວກວ່າ ບັນດາປະເທດຮັ່ງມີ, ເພາະສະນັ້ນ ໄລຍະຫ່າງລະຫວ່າງລາຍຮັບ ຈຶ່ງຖືກຮັດແຄບເຂົ້າ.
ເຖິງຢ່າງໃດກໍຕາມ, ປີ 2020 ນີ້ ຈະມີຄວາມແຕກຕ່າງຫຼາຍກວ່າໜ້ອຍໜ່ຶງ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ມີພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນໜ້ອຍທີ່ສຸດ ທີ່ມີການພັດທະນາ, ແຕ່ວ່າ ຍ້ອນບັນດາພື້ນຖານເສດຖະກິດພັດທະນາ ຈະຊຸດໂຊມໄວກວ່າ, ສະນັ້ນ ໄລຍະຫ່າງລະຫວ່າງບັນດາພື້ນຖານເສດຖະກິດພວມພັດທະນາ ກັບບັນດາພື້ນຖານເສດຖະກິດພັດທະນາ ຍັງຄົງຖືກຮັດແຄບເຂົ້າ. ບົດຂຽນດັ່ງກ່າວໃຫ້ຂໍ້ສັງເກດວ່າ ບາງພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຈະສືບຕໍ່ເຕີບໂຕ, ໃນນັ້ນ ມີຫວຽດນາມ.