(vovworld) - ວາລະຊານ Forbes, ຂອງອາເມລິກາ ໃຫ້ຂໍ້ສັງເກດວ່າ, ທາງພາກເໜືອຂອງຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ມີລາຄາຖືກກວ່າໝູ່ໃນໂລກໃນປີ 2017. ຕາມ Forbes ແລ້ວ, ບັນດາເຂດລຽບຕາມເສັ້ນຊາຍແດນຕິດກັບຈີນ - ທາງພາກເໜືອນະຄອນຫຼວງຮ່າໂນ້ຍ ຂອງຫວຽດນາມ, ລາຄາພັກຜ່ອນ, ກິນດື່ມໃນລາຍການທ່ອງທ່ຽວໃນຄືນໜຶ່ງຢູ່ພາກເອກະຊົນແມ່ນແຕ່ 10 – 15 USD ແລະ ຫ້ອງນອນມີລາຄາພຽງ 5 USD. ກ່ຽວກັບການກິມດື່ມ, ນັກທ່ອງທ່ຽວຕ້ອງຈ່າຍລາຄາໃຫ້ເຍື່ອງອາຫານໜຶ່ງຫຼາຍສຸດແມ່ນ 2 USD.