ວຽກງານກະກຽມການເລືອກຕັ້ງພວມໄດ້ຮັບການປະຕິບັດຖືກກົດໝາຍ

ວຽກງານກະກຽມການເລືອກຕັ້ງພວມໄດ້ຮັບການປະຕິບັດຖືກກົດໝາຍ - ảnh 1
ປະທານ​ສະພາ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ
(ພາບ: nhandan)

(vovworld) - ວຽກ​ງານ​ກະກຽມ​ການ​ເລືອກຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຄືບ​ໜ້າ ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ປະທານ​ສະພາ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​​ໃນ​ກອງ​ປະຊຸມສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດຄັ້ງ​ທີ 5 ເຊິ່ງດຳເນີນໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 18/05 ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ. ເມື່ອຕີ​ລາຄາ​ກ່ຽວ​ກັບ​ວຽກ​ງານທີ່ໄດ້​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ປະທານ​ສະພາ​​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຖື​ວ່າ:

        “ບັນດາ​ວຽກ​ງານຄື: ສ້າງ​ຕັ້ງ​ບັນດາ​ອົງການ​ຮັບຜິດຊອບ​ການ​ເລືອກ​ຕັ້ງ ​ແລະ ສ້າງ​ບັນຊີ​ລາຍ​ຊື່​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ໄດ້​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເພື່ອ​ໃຫ້​ບັນດາ​ຜູ້​ອອກ​ສະ​ໝັ​ກຮັບ​ເລືອກ​ຕັ້ງ​ປະຕິບັ​ດສິດຂົນຂວາຍຫາ​ສຽງ​ເລືອກ​ຕັ້ງ, ​ເລື່ອງ​ຕິດ​ຕາມ​ກວດກາ ​ແລະ ກວດກາ​ວຽກ​ງານ​ການ​ເລືອກ​ຕັ້ງ ກໍ່​ຄື​ແກ້​ໄຂ​ບັນດາ​ຄຳຮ້ອງ​ຟ້ອງຮ້ອງທຸກ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເລືອກ​ຕັ້ງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ. ວຽກ​ງານ​ໂຄສະນາ​ເຜີຍ​ແຜ່ ​ເພື່ອ​ຮັບປະກັນ​ມີຄວາມສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນການ​ເລືອກ​ຕັ້ງ​ກໍ່​ໄດ້​ປະຕິບັດ​ຖືກ​ກັບ​ຂໍ້​ກຳນົດ”

ຂ່າວ/ບົດ​ອື່ນ