ວຽກງານປັກຫຼັກໝາຍຊາຍແດນລະຫວ່າງກຳປູເຈຍກັບໄທ,ລາວແລະຫວຽດນາມໃກ້ຈະສຳເລັດ

ວຽກງານປັກຫຼັກໝາຍຊາຍແດນລະຫວ່າງກຳປູເຈຍກັບໄທ,ລາວແລະຫວຽດນາມໃກ້ຈະສຳເລັດ - ảnh 1
(ພາບ​ປະ​ກອບ)

(vovworld) –​ ວັນ​ທີ 31/12/2015, ໜັງ​ສື​ພິມ​ລາຍ​ວັນ “ກຳ​ປູ​ເຈຍ​ໃໝ່”, ໄດ້​ໃຫ​້​ຂ່າວ​ວ່າ, ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ລະ​ຫວ່າງ​ກຳ​ປູ​ເຈຍ ກັບ​ຫວຽດ​ນາມ, ລາວ ແລະ ໄທ ໄດ້​ສຳ​ເລັດ​ວຽກ​ງານ​ກວ່າ 82% ແລ້ວ. ໜັງ​ສື​ພິມ​ດັ່ງ​ກ່າວ ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ນາງ Kui Pisi, ຮອງ​ເລ​ຂາ​ຜູ້​ປະ​ຈ​ຳ​ການ​ກ່ຽວ​ກັບ​ວຽກ​ງ​ານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​​ກຳ​ປູ​ເຈຍ ໃຫ້​ຮູ້​ວ່າ, ໄລ​ຮອດ​ຈຸດ​ເວ​ລານີ້, ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​​ລະ​ຫວ່າງ​ກຳ​ປູ​ເຈຍ ກັບ 2 ປະ​ເທດ​ຫວຽດ​ນາມ, ໄທ ແລະ ລາວ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ຢ່າງ​ຕັ້ງ​ໜ້າ ແລະ ບັນ​ດາ​ຝ່າຍ​ພວມ​ສືບ​ຕໍ່​ປະ​ຕິ​ບັດວຽກ​ງານ​ທີ່​ຍັງ​ເຫຼືອ​ເພື່ອ​ສຳ​ເລັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

      ໃນ​ວຽກ​ງານປັກ​ຫຼັກ​ໝາຍ​ຊາຍ​ແດນ​ກັບ​ຫວຽດ​ນາມ​ ໄດ​້​ສຳ​ເລັດ 83,2% ແລ້ວ. ຍອດ​ຈຳ​ນວນ​ 375 ​ເສົາຫຼ​ັກ​​ໝາຍ ​ໃນ​ທົ່ວ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ, ມາ​ຮອ​ດ​ປະ​ຈຸ​ບັນ 2 ຝ່າຍ​ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໄດ້ 312 ເສົາຫຼ​ັກ​​ໝາຍ, ສ່ວນ 63 ເສົາຫຼ​ັກ​​ໝາຍຈະ​ສືບ​ຕໍ່ແບ່ງ​ກຳ​ນົດ ແລະ ​ປັກ​ຫຼັກ​ໝາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

      ສ່ວນ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ກັບ​ໄທ ຈະ​ບໍ່​ປະ​ຕິ​ບັດ​ຄືນ​ໃໝ່ ຫາກ​ອີງ​ໃສ່​ຫຼັກ​ໝາຍ​ທີ່​ໄດ້​ປັກ​​ມາແຕ່​ສະ​ໄໝ​ຝ​ລັ່ງ, ມາ​ຮອດ​ປະ​ຈຸ​ບັນ 2 ຝ່າຍ​ໄດ້​ຊອກ​ເຫັນ 62 ປັກ​ຫຼັກ​ໝາຍ ໃນ​ຈຳ​ນ​ວນ 73 ເສົາຫຼ​ັກ​​ໝາຍ. ສ່ວນ 11 ເສົາຫຼ​ັກ​​ໝາຍຍັງ​ເຫຼືອ​ຈະ​ສືບ​ຕໍ່​ຊອກ​ຫ​າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

      ສຳ​ລັບ​ລາວ, ວຽກ​ງານປັກ​ຫຼັກ​ໝາຍ​ຊາຍ​ແດນ​ໄດ້​ປະ​ຕິ​ບັດ​ສຳ​ເລັດ 86% ແລ້ວ. ມາ​ຮອດ​ປະ​ຈຸ​ບັນ, ລາວ ແລະ ກຳ​ປູເຈຍ ປັກ​ຫຼັກ​ໝາຍ​ໄດ້ 121 ​ເສົາຫຼ​ັກ​​ໝາຍໃນ​ຈຳ​ນວນ145 ເສົາຫຼ​ັກ​​ໝາຍ​ແລ້ວ.

ຂ່າວ/ບົດ​ອື່ນ