ວຽກງານສ້າງລະບອບໃນວາລະປະຊຸມລັດຖະບານປະຈຳເດືອນ9
ວາລະປະຊຸມລັດຖະບານປະຈຳເດືອນ 9
(vovworld) - ໂດຍສືບຕໍ່ລາຍການເຮັດວຽກກ່ຽວກັບວຽກງານສ້າງລະບອບໃນວາລະປະຊຸມລັດຖະບານປະຈຳເດືອນ 9, ຕອນເຊົ້າວັນທີ 04/10, ບັນດາສະມາຊິກລັດຖະບານ ໄດ້ຮັບຟັງໜ່ວຍປະຕິບັດງານຂອງທ່ານນາຍົກລັດຖະມົນຕີລາຍງານກ່ຽວກັບສະພາບການປະຕິບັດໜ້າທີ່, ສະຫຼຸບ, ຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີຖືວ່າ: ຈາກປະສິດທິຜົນຂອງໜ່ວຍປະຕິບັດງານ, ປະທານຄະນະກຳມະການປະຊາຊົນແຂວງ ແລະ ລັດຖະມົນຕີກໍ່ມີສິດສ້າງຕັ້ງໜ່ວຍປະຕິບັດງານ ເພື່ອກວດກາບັນດາວຽກງານ ເຊິ່ງລັດຖະມົນຕີ, ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນໄດ້ສະຫລຸບ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງບັນດາການນຳກະຊວງ, ຂະແໜງການ, ທ້ອງຖິ່ນ ຖ້າຫາກຍ້ອນສາຍເຫດພາວະວິໄສ ຍັງບໍ່ທັນປະຕິບັດໜ້າທີ່ໄດ້ ຕ້ອງລາຍການຕໍ່ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີໃນທັນທີ. ກ່ຽວກັບສະພາບການປະກາດໃຊ້ເອກະສານຂໍ້ກຳນົດລະອຽດບັນດາກົດໝາຍ, ລັດຖະບັນຍັດ, ທ່ານນາຍົກລັດຖະມົນຕີ ຕີລາຄາດ້ວຍການຊີ້ນຳຢ່າງຂ້ຽວຂາດຂອງລັດຖະບານ ແລະ ນາຍົກລັດຖະມົນຕີ, ສະພາບເອກະສານຄ້າງໄວ້ ໄດ້ຮັບການແກ້ໄຂໂດຍພື້ນຖານ. ມາຮອດປະຈຸບັນໄດ້ປະກາດໃຊ້ເອກະສານ 50/57 ສະບັບ, ກວມ 67% ຈຳນວນເອກະສານຕ້ອງປະກາດໃຊ້ໃນປີ 2016. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:
“ເປັນຄັ້ງທຳອິດ ທີ່ລັດຖະບານບໍ່ມີ.ເອກະສານກຳນົດລະອຽດການປະຕິບັດກົດໝາຍ, ລັດຖະບັນຍັດຄ້າງໄວ້. ນີ້ແມ່ນຄວາມພະຍາຍາມອັນໃຫຍ່ຫລວງຂອງທຸກຂັ້ນ, ທຸກຂະແໜງ, ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຂອງກະຊວງຍຸຕິທຳ, ຂ້າພະເຈົ້າຕີລາຄາສູງສິ່ງດັ່ງກ່າວ, ບັນດາທ້ອງຖິ່ນ, ບັນດາລັດຖະມົນຕີສືບຕໍ່ຖື ເລື່ອງສ້າງລະບອບ ແມ່ນໜ້າທີ່ສຳຄັນ. ບັນດາຮອງນາຍົກລັດຖະມົນຕີ, ບັນດາກະຊວງໄດ້ສຸມໃສ່ຫລາຍ ເຂົ້າວຽກງານນີ້.”