ສ ເກົາຫຼີ ຢຸດຕິການ ເຄື່ອນໄຫວຂອງ 2 ເຕົານິວເຄຼຍ

ສ ເກົາຫຼີ ຢຸດຕິການ ເຄື່ອນໄຫວຂອງ 2 ເຕົານິວເຄຼຍ  - ảnh 1
ໂຮງງານໄຟຟ້າ ນິວເຄຼຍຂອງ ສ ເກົາຫຼີ
(ພາບ: AFP)

(vovworld) – ວັນ​ທີ 28/5, ຄະນະ​ກຳມະການ​ຄວາມ​ປອດ​ໄພດ້ານນິວ​ເຄຼຍ ສ ​ເກົາຫຼີ (NSSC) ​ໄດ້​ປິດ​ປະຕູ​ 2 ເຕົາ​ນິວ​ເຄຼຍຢູ່​ກຸ່ມປະສົມ​ນິວ​ເຄຼຍ Gori ​ແລະ ​ໂຮງງານ Wolseong ພາຍຫຼັງ​ພົບ​ເຫັນ 2 ​ເຕົາ​ນິວ​ເຄຼຍດັ່ງກ່າວ​ນຳ​ໃຊ້​ບາງ​ສ່ວນປະກອບ​ມີ​ໃບ​ຢັ້ງຢືນຄຸນ​ນະພາ​ບ​ປອມ. ພ້ອມ​ກັບ​​ເຫດຜົນດັ່ງກ່າວ, NSSC ​ໄດ້​ໂຈະ​ການ​ຟື້ນຟູ​ການເຄື່ອນ​ໄຫວ​ເຕົາ​ນິວ​ເຄຼຍອື່ນ​ທີ່​ພວ​ມ​ໄດ້​ຮັບ​ການສ້ອມ​​ແປງ​ຢູ່ Gori ​​ແລະ ອີກ​ເຕົາ​ນິວ​ເຄຼຍ​ໃໝ່​ຢູ່ Wolseong. ສ່ວນປະກອບ​ທັງ​ໝົດ​ທີ່​ນຳ​ໃຊ້​ຢູ່​ບັນດາ​ເຕົາ​ນິວ​ເຄຼຍຂອງ ສ ​ເກົາຫຼີ ລ້ວນ​ແຕ່ຕ້ອງ​ມີ​ໃບ​ຢັ້ງຢືນ​ຄຸນ​ນະພາ​ບ ​ແລະ ຄວາມ​ປອດ​ໄພ​ຂອງ 1 ​ໃນ 12 ອົງການ​ສາ​ກົນ​ໂດຍ ​ເຊີ​ອູ​ນ ​ສະ​ເໜີ.

ກ່ອນ​ໜ້າ​ນັ້ນ, ​ໃນ​ເດືອນ 5/2012, ມີ​ເຈົ້າ​ໜ​້າທີ່​ຂັ້ນ​ສູງ 5 ທ່ານ​ສັງກັດ​ບໍລິສັດ​ພະລັງງານ​ນິວ​ເຄຼຍ Hidro ສ ​ເກົາຫຼີ ​ໄດ້​ຖືກ​ກວ່າຜູກ​ໂທດ​ວ່າ: ປິດ​ບັງ​ເຫດການ​ໄຟ​ສອດທີ່​ອາດ​ຈະ​ກໍ​ຄວາມອັນຕະລາຍ​ຢູ່​ເຕົາ​ນິວ​ເຄຼີຍ.

ຂ່າວ/ບົດ​ອື່ນ