(vovworld) – ແຈ້ງການເມື່ອວັນທີ 24/6 ຂອງກະຊວງທ້ອນໂຮມປະເທດຊາດ ສ ເກົາຫຼີ ໃຫ້ຮູ້ວ່າ: ວົງເງິນການຄ້າ 2 ສົ້ນລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ເກືອບຄືວ່າບໍ່ມີຫຍັງ ໃນ 5 ເດືອນຜ່ານມາ, ພາຍຫຼັງສະພາບການເຄັ່ງຕຶງໃນແຫຼມ ເກົາຫຼີ ພາໄປເຖິງເລື່ອງປິດປະຕູເຂດອຸດສາຫະກຳລວມ Kaesong. ແລະ ກໍ່ໃນວັນດຽວກັນ, ມີເຈົ້າໜ້າທີ່ການຕ່າງປະເທດ ສ ເກົາຫຼີ ຜູ້ໜຶ່ງໃຫ້ຮູ້ວ່າ: ເຊີອູນ ຢາກຈັດຕັ້ງການພົບປະ 2 ຝ່າຍກັບ ສປປ ເກົາຫຼີ ຢູ່ນອກເວທີປາໄສພາກພື້ນ ອາຊຽນ (ARF) ຢູ່ ບຣູໄນ ໃນຕົ້ນເດືອນຈະມາເຖິງ. ຄາດວ່າ, ທ່ານລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ Yun Byung – se ແລະ ຄູ່ຕຳແໜ່ງ ສປປ ເກົາຫຼີ Pak Ui – chun ຈະເຂົ້າຮ່ວມ ARF ຄັ້ງນີ້.
ກ່ຽວຂ້ອງເຖິງບັນຫານິວເຄຼຍໃນແຫຼມ ເກົາຫຼີ, ໃນວັນທີ 24/6, ກ່າວຄຳເຫັນໃນກອງປະຊຸມປະຈຳອາທິດກັບບັນດາເລຂາຂັ້ນສູງ, ທ່ານນາງປະທານາທິບໍດີ ສ ເກົາຫຼີ Park Gyn Hae ໃຫ້ຮູ້ວ່າ: ເຊີອູນ ຈະເພີ່ມທະວີການຮ່ວມມືກັບ ຈີນ ເພື່ອແນໃສ່ເກ້ຍກອ່ມ ພຽງຢາງ ປະລະໂຄງການນິວເຄຼຍ.