ສ ເກົາຫຼີ ຮຽກຮ້ອງໃຫ້ ສປປ ເກົາຫຼີ ປະລະໂຄງການນິວເຄຼຍ

ສ ເກົາຫຼີ ຮຽກຮ້ອງໃຫ້ ສປປ ເກົາຫຼີ ປະລະໂຄງການນິວເຄຼຍ - ảnh 1
ທ່ານ​ນາງປະທານາທິບໍດີ ສ ​ເກົາຫຼີ Park Geun – hye
(ພາບ: AFP/TTXVN)

(vovworld) – ວັນ​ທີ 28/8, ​ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ທີ່​ປຶກສາ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ແຫ່ງ​ຊາດ, ທ່ານ​ນາງປະທານາທິບໍດີ ສ ​ເກົາຫຼີ Park Geun – hye ​ໄດ້​ຮຽກຮ້ອງ​ໃຫ້ ສປປ ​ເກົາຫຼີ ປະລະ​ໂຄງການ​ນິວ​ເຄຼຍ. ທ່ານ​ນາງປະທານາທິບໍດີ Park Geun – hye ຖື​ວ່າ: ຍາມ​ໃດ​ພຽງ​ຢາງ ບໍ່​ທັນ​ປະລະ​ໂຄງການ​ນິວ​ເຄຼຍຂອງ​ຕົນ ຈະ​ບໍ່​ແມ່ນ​ສັນຕິພາບ ​ແລະ ​ຄວາມ​ເປັນເອກະ​ພາບຢ່າງ​ແທ້​ຈິງ​​​ໃນ​​ແຫຼມ ​ເກົາຫຼີ. ການ​ນຳ​ປະ​ເທດ​ນີ້ ​ໄດ້​ເນັ້ນ​ໜັກ​ວ່າ: ສປປ ​ເກົາຫຼີ ຕ້ອງ​ປະລະ​ໂຄງການ​ນິວ​ເຄຼຍຂອງ​ຕົນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່ ສ​ ​ເກົາຫຼີ, ພ້ອມ​ທັງ​ຢັ້ງຢືນ​ຖ້າ​ຫາກ ສປປ ​ເກົາຫຼີ ບັນລຸ​ໄດ້​ບັນດາ​ຄວາມ​ຄືບ​ໜ້າ​ໃນ​ບັນຫາ​ປອດ​ນິວ​ເຄຼຍ, 2 ພາກ ​ເກົາຫຼີ ຈຶ່ງ​ສາມາດ​ດຳ​ເນີນ​ການຮ່ວມ​ມື​​ໃນ​ລະດັບ​ສູງ​ກ່ວາ. ທ່ານນາງ Park Geun – hye ​ໄດ້​ຍົກ​ອອກ​ຄຳ​ຖະ​ແຫຼ​ງດັ່ງກ່າວ​ໃນ​ສະພາບ​ການ​​ພົວພັນ​ລະຫວ່າງ 2 ພາກ ​ເກົາຫຼີ ມີ​ສັນຍານ​ທີ່ດີ​ໃນ​ຊຸມ​ອາທິດ​ໃກ້ໆ​ນີ້.

 

ຂ່າວ/ບົດ​ອື່ນ