ສ.ກົາຫຼີແລະນິວຊີແລນ ສີ້ນສຸດການເຈລະຈາ FTA


ສ.ກົາຫຼີແລະນິວຊີແລນ ສີ້ນສຸດການເຈລະຈາ FTA - ảnh 1

(ພາບ: Yonhap/TTXVN)

(vovworld)– ວັນ​ທີ 15/11, ສ.ກົາຫຼີ ​ແລະ​ ນິວຊີ​ແລນ ​ໄດ້​ສີ້​ນສຸດ​ການ​ເຈລະຈາສັນຍາ​ການ​ຄ້າ​ເສລີ FTA ພາຍ​ຫລັງ​ໄດ້​ເລີ່​ມດຳ​ເນີນ​ວິວັດ​ການ​ເຈ​ລະ​ຈາ​ນັບ​ແຕ່​ປີ 2009. ຂໍ້​ຕົກລົງ​​ບັນລຸ​ໄດ້​ລະຫວ່າງ​ທ່ານ​ນາງ​ປະທານາທິບໍດີ​ສ.​ເກົາຫຼີ Park Geun hye ​ແລະ ທ່ານ​ນາຍົກລັດຖະມົນຕີນິວຊີ​ແລນ John Key ຢູ່​ນອກ​ກອງ​ປະຊຸມ​ຂັ້ນສູງກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົນ​ເດັ່ນ​ຂຶ້ນ​ອັນ​ດັບ 1 ​ໃນ​ໂລກ (G20) ຢູ່​ອົດ​ສະ​ຕາ​ລີ. ຕາມ​ຂໍ້​ຕົກລົງ​ນີ້, ສອງ​ຝ່າຍ​ເຫັນ​ດີ​ລົບ​ລ້າງ​ອາກອນ​ໃຫ້​ແກ່​ກ່ວາ 96% ບັນດາ​ຜະລິດ​ຕະພັນ​ແລກປ່ຽນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຮອບ​ເວລາ 20 ປີ. ຂໍ້​ຕົກລົງ​ນີ້​ກໍ່​ອະນຸຍາດ​​ໃຫ້​ບັນດາ​ບໍລິສັດ ສ.​ເກົາຫຼີ ​ແກ່ງ​ແຍ້​ງ ຢູ່​ນິວຊີ​ແລນ ບົນ​ພື້ນຖານ​ສະ​ເໝີ​ພາບ​ກ່ວາ​ກັບ​ບໍ​ລິ​ສັດ​ຂອງ​ປະ​ເທດ​ອື່ນ, ຊ່ວຍ​ຍູ້​ແຮງ​ການ​ສົ່ງ​ອອກ​ຂອງ​ສ.​ເກົາຫຼີ ​ໄປ​ນິວຊີ​ແລນ. ປີ 2013 ວົງ​ເງິນ​ການ​ຄ້າ​ສອງ​ສົ້ນລະຫວ່າງ​ສອງ​ປະ​ເທດ​ບັນລຸ 1,8 ຕື້​ໂດ​ລາ​ສະຫະລັດ./.

ຂ່າວ/ບົດ​ອື່ນ