ສິງກະໂປ ມີປະທານາທີບໍດີຄົນທີ 9
(VOVWORLD) - ທ່ານ Tharman Shanmugaratnam, ອາຍຸ 66 ປີ ແມ່ນນັກການເມືອງທີ່ມີຊື່ສຽງ, ອະດີດລັດຖະມົນຕີຂັ້ນສູງ, ອະດີດຮອງນາຍົກລັດຖະມົນຕີ, ອະດີດສະມາຊິກພັກກະທຳ ປຊຊ (PAP).
(ພາບ: Nikkei Asia)
|
ວັນທີ 2 ກັນຍາ, ຄະນະກຳມະການເລືອກຕັ້ງ ສິງປະໂປ ປະກາດວ່າ ທ່ານ Tharman Shanmugaratnam ໄດ້ຮັບການເລືອກຕັ້ງເປັນປະທານາທີບໍດີຄົນທີ 9 ຂອງ ສິງກະໂປ ພາຍຫຼັງການເລືອກຕັ້ງຈັດຂຶ້ນໃນວັນທີ 1 ກັນຍາ.
ຄະນະກຳມະການເລືອກຕັ້ງ ສິງກະໂປ ໃຫ້ຮູ້ວ່າ: ມີ 2.48 ລ້ານຄົນ ໃນຈຳນວນຜູ້ມີສິດເລືອກຕັ້ງ 2.71 ລ້ານຄົນໄດ້ເຂົ້າຮ່ວມການປ່ອນບັດ, ເທົ່າກັບ 91,5%. ທ່ານ Tharman Shanmugaratnam, ອາຍຸ 66 ປີ ແມ່ນນັກການເມືອງທີ່ມີຊື່ສຽງ, ອະດີດລັດຖະມົນຕີຂັ້ນສູງ, ອະດີດຮອງນາຍົກລັດຖະມົນຕີ, ອະດີດສະມາຊິກພັກກະທຳ ປຊຊ (PAP), ໄດ້ຮັບໄຊຊະນະຢ່າງຂາດຂັ້ນດ້ວຍບັດສະໜັບສະໜູນກ່ວາ 1.74 ລ້ານບັດ ເທົ່າກັບ 70,4%. ທ່ານ Tharman Shanmugaratnam ຈະແທນໃຫ້ທ່ານນາງ Yacob ທີ່ຈະສິ້ນສຸດອາຍຸການປະທານາທິບໍດີໃນວັນທີ 13 ກັນຍາທີ່ຈະມາເຖິງ.