ສິງກະໂປ ແມ່ນຕະຫລາດສົ່ງອອກເຂົ້າສານທີ່ມີຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ

(VOVWORLD) - ເພື່ອແນໃສ່ຊຸກຍູ້ການສົ່ງອອກສິນຄ້າຜະລິດຕະພັນກະເສດຂອງ ຫວຽດນາມ ກ່ວາອີກ ໄປຍັງຕະຫລາດ ສິງກະໂປ ກ່ວາອີກ,
ສິງກະໂປ ແມ່ນຕະຫລາດສົ່ງອອກເຂົ້າສານທີ່ມີຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ - ảnh 1 (ພາບປະກອບ)

ໃນນັ້ນ ມີປະເພດສິນຄ້າເຂົ້າສານ, ກະຊວງອຸດສາຫະກຳ ແລະ ການຄ້າຫາກໍ່ຈັດຕັ້ງຄະນະສົ່ງເສີມການຄ້າເຂົ້າສານພ້ອມກັບ ວິສາຫະກິດແຖວໜ້າ 8 ແຫ່ງໄປຍັງ ສິງກະໂປ ໃນຕົ້ນເດືອນ ສິງຫາ. ຜ່ານບັນດາການພົບປະກັບອົງການທີ່ກ່ຽວຂ້ອງຕ່າງໆ, ບັນດາລະບົບຮ້ານຊັບພະສິນຄ້າຂາຍຍ່ອຍໃຫຍ່ສຸດຂອງ ສິງກະໂປ, ຄະນະໄດ້ສ້າງຕັ້ງການພົວພັນ ແລະ ກົນໄກຮ່ວມມືຍາວນານ, ຊອກຮູ້ກົນໄກຊື້ສິນຄ້າກໍ່ຄືຊອກຫາວິທີການ ເຮັດແນວໃດ ເພື່ອນຳສິນຄ້າ ຫວຽດນາມ ໄປວາງຂາຍຢູ່ລະບົບຮ້ານຊັບພະສິນຄ້າດັ່ງກ່າວໂດຍກົງ ແທນທີ່ຈະຕ້ອງຜ່ານບັນດານັກທຸລະກິດສາກົນ.

        ບັນດາອົງການທີ່ກ່ຽວຂ້ອງ ແລະ ວິສາຫະກິດ ສິງກະໂປ ລ້ວນແຕ່ຕີລາຄາຄຸນນະພາບຜະລິດຕະພັນກະເສດ ຫວຽດນາມ ໄດ້ດີ ແລະ ຖືວ່າ: ຫວຽດນາມ ຄວນເອົາໃຈໃສ່ເປັນພິເສດເຖິງການສ້າງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ, ຮັບປະກັນຄວາມຮຽກຮ້ອງຕ້ອງການກ່ຽວກັບດ້ານຄຸນນະພາບ ແລະ ລາຄາແກ່ງແຍ້ງ. ນອກນັ້ນ ຝ່າຍສິງກະໂປ ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ຈັດຕັ້ງງານຕະຫລາດນັດ ຫຼື ສັບປະດາສິນຄ້າ ຫວຽດນາມ ຢູ່ລະບົບບັນດາຮ້ານຊັບພະສິນຄ້າໃນປີໜ້າ ເພື່ອປະກອບສ່ວນໂຄສະນາເຜີຍແຜ່ບັນດາຜະລິດຕະພັນຄຸນນະພາບສູງທີ່ມີເຄື່ອງໝາຍການຄ້າ ຫວຽດນາມ ເຖິງຜູ້ໃຊ້ສອຍ ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ