ທ່ານນາງປະທານສະພາແຫ່ງຊາດສິງກາໂປ Halimah Yacob
(ພາບ: baotintuc.vn)
|
(vovworld) – ຕໍ່ໜ້າການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດສິງກາໂປ Halimah Yacob, ໃນລະຫວ່າງວັນທີ 2-4/4, ເມື່ອຕອບຄຳຖາມຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳສິງກາໂປ, ທ່ານນາງ Yacob ໄດ້ຢືນຢັນວ່າ: ການຢ້ຽມຢາມຫວຽດນາມ ຂອງຄະນະສະມາຊິກສະພາແຫ່ງຊາດສິງກາໂປ ໃນຄັ້ງນີ້, ໄດ້ພິສູດໃຫ້ເຫັນການພົວພັນ 2 ຝ່າຍທີ່ດີງາມລະຫວ່າງສິງກາໂປ ແລະ ຫວຽດນາມ. ນີ້ກໍ່ແມ່ນກາລະໂອກາດທີ່ດີ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ 2 ປະເທດແລກປ່ຽນຄຳເຫັນ ແລະ ເພີ່ມທະວີການພົວພັນ. ໃນການຢ້ຽມຢາມຄັ້ງນີ້, ນອກຈາກການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລ້ວ, ທ່ານນາງປະທານສະພາແຫ່ງຊາດສິງກາໂປ Halimah Yacob ຍັງມີການພົບປະເຈລະຈາກັບທ່ານປະທານປະເທດຫວຽດນາມ ເຈືອງເຕີ໋ນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ, ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ແລະ ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. ຕາມທ່ານນາງ Halimah Yacob ແລ້ວ, ການພົວພັນລະຫວ່າງສະພາແຫ່ງຊາດສິງກາໂປ ແລະ ຫວຽດນາມ ພວມມີຄວາມອົບອຸ່ນ, ໃກ້ຊິດສະໜິດສະໜົມ ແລະ ໄດ້ສະແດງໃຫ້ເຫັນຜ່ານການຮ່ວມມືຢ່າງແໜ້ນແຟ້ນ, ການແລກປ່ຽນຄະນະຜູ້ແທນເປັນປະຈຳ, ບັນດາການຢ້ຽມຢາມ 2 ຝ່າຍ ແລະ ເລື່ອງ 2 ປະເທດພົບປະແລກປ່ຽນເປັນປະຈຳ ແລະ ຮັກສາການພົບປະເຊິ່ງກັນແລະກັນທີ່ບັນດາກອງປະຊຸມລັດຖະສະພາໃນພາກພື້ນ ແລະ ສາກົນຄື: ສະຫະພັນລັດຖະສາພາສາກົນ (IPU) ແລະ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ເຊິ່ງສິງກາໂປ ແລະ ຫວຽດນາມ ລ້ວນແຕ່ເປັນສະມາຊິກ.