ກຳ່ປັ່ນ 4 ລຳຂອງທະຫານເຮືອເຂດ D ໄດ້ເດີນທາງອອກຈາກທ່າກຳ່ປັ່ນ
ກາມແຣງ, ແຂວງ ແຄ໋ງຮ່ວາ
(ພາບ: tienphong.vn) |
(vovworld) - ຕອນບ່າຍວັນທີ 5/1, ກຳ່ປັ່ນ 4 ລຳຂອງທະຫານເຮືອເຂດ D ໄດ້ເດີນທາງອອກຈາກທ່າກຳ່ປັ່ນ ກາມແຣງ, ແຂວງ ແຄ໋ງຮ່ວາ, ເພື່ອຂົນສົ່ງຂອງຂວັນ, ສະບຽງອາຫານຮັບໃຊ້ບຸນປີໃໝ່ປະຈຳຊາດປີວອກໃຫ້ແກ່ພະນັກງານ, ນັກຮົບ ແລະ ປະຊາຊົນໃນໝູ່ເກາະ ເຈື່ອງຊາ, ເມືອງເຈື່ອງຊາ, ແຂວງ ແຄ໋ງຮ່ວາ. ຕາມພັນຕີ ກາວວັນເຊີນ, ຫົວໜ້າພະລາທິການກອງພົນນ້ອຍ ເຈື່ອງຊາ (ກອງພົນນ້ອຍ 146) ແລ້ວ, ການກະກຽມໃຫ້ແກ່ວຽກງານນີ້ໄດ້ຮັບການປະຕິບັດແຕ່ຫຼາຍເດືອນມານີ້:
“ຍອດປະລິມານສິນຄ້າທີ່ໄດ້ສົ່ງເຖິງເຈື່ອງຊາໃນຄັ້ງນີ້ແມ່ນປະມານ 400 ໂຕນ. ກຳ່ປັ່ນແຕ່ລະລຳຂົນສົ່ງສິນຄ້າກ່ວາ 100 ໂຕນ. ປີນີ້, ກອງພົນນ້ອຍ 146 ແລະ ເມືອງ ເຈື່ອງຊາ ໄດ້ນຳວັດຖຸເຄື່ອງຂອງໄປຍັງໝູ່ເກາະເພື່ອໃຫ້ອ້າຍນ້ອງນັກຮົບປະດັບປະດາເຮືອນຊານເພື່ອຕ້ອນຮັບປີໃໝ່”
ທ່ານ ຫງວຽນວຽດທວນ, ປະທານຄະນະກຳມະການປະຊາຊົນເມືອງເກາະ ເຈື່ອງຊາ, ໃຫ້ຮູ້ວ່າ:
“ຕ້ອນຮັບປີໃໝ່ປະຈຳຊາດປີວອກ 2016, ທະຫານ ແລະ ປະຊາຊົນໃນໝູ່ເກາະ ເຈື່ອງຊາ ມີຄວາມເບີກບານມ່ວນຊື່ນທີ່ສຸດຍ້ອນໄດ້ຮັບຄວາມເອົາໃຈໃສ່ຂອງທົ່ວປະເທດ ເພື່ອສ້າງທ່າສະໜາມປ້ອງກັນເຂດໝູ່ເກາະທະເລໃຫ້ໝັ້ນແກ່ນ. ພິເສດ, ໃນໂອກາດບຸນປີປະຈຳຊາດໃໝ່ປີນີ້, ທະຫານ ແລະ ປະຊາຊົນໃນເກາະໄດ້ຮັບຂອງຂວັນຫຼາຍຢ່າງຈາກບັນດາອົງການ, ສ່ວນບຸກຄົນໃນທົ່ວປະເທດ. ນີ້ແມ່ນວຽກງານແທດຈິງ, ເຕັມໄປດ້ວຍນຳ້ໃຈຂອງບ້ານເກີດເມືອງນອນທີ່ມີຕໍ່ທະເລໝູ່ເກາະ, ເພື່ອໄປສູ່ເຈື່ອງຊາ.”