ສົ່ງເສີມການເຄື່ອນໄຫວຮ່ວມມືລະຫວ່າງສານປະຊາຊົນສູງສຸດຂອງຫວຽດນາມແລະອາເມລິກາ

ສົ່ງເສີມການເຄື່ອນໄຫວຮ່ວມມືລະຫວ່າງສານປະຊາຊົນສູງສຸດຂອງຫວຽດນາມແລະອາເມລິກາ - ảnh 1

ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ເຈືອງ​ຮ່ວາ​ບິ່ງຕ້ອນຮັບ​​
ທ່ານ​ນາງ Ruth Bader Ginsburg ຜູ້​ພິພາກສາ​ສານສູງ​ສຸດ​ ອາ​ເມ​ລິ​ກາ

(vovworld) - ຕອນ​ເຊົ້າວັນ​ທີ 10/8, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສານ​ສູງ​ສຸດ​ ອາ​ເມ​ລິ​ກາ ​​ໂດຍ​ທ່ານ​ນາງ Ruth Bader Ginsburg ຜູ້​ພິພາກສາ​ສານ​ດັ່ງ​ກ່າວ​ເປັນ​ຫົວໜ້າ​ຄະນະ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ເຈືອງ​ຮ່ວາ​ບິ່ງ ​ໄດ້​ແຈ້ງ​ໃຫ້​ຊາບ​ບົດບາດ, ການຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ຂອງ​ສານ​ປະຊາຊົນ ຫວຽດນາມ ຕາມ​ລັດຖະທຳ​ມະນຸ​ນ ປີ 2013 ​ແລະ ກົດໝາຍ​ວ່າ​ດ້ວຍ​ສານ​ປະຊາຊົນ ປີ 2014 ພ້ອມ​ທັງ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ສານ​ສູງ​ສຸດ ອາ​ເມ​ລິ​ກາ. ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ເຈືອງ​ຮ່ວາ​ບິ່ງ ສະ​ເໜີ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລກປ່ຽນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ພິພາກສາ, ກໍ່ສ້າງ​ຜູ້​ພິພາກສາ​ ແລະ ພະນັກງານ​ສານ.

        ສ່ວນ​ທ່ານ​ນາງ Ruth Bader Ginsburg ​ໄດ້​ແບ່ງປັນ​ບາງ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສານ​ສູງ​ສຸດ ອາ​ເມ​ລິ​ກາ ​ແລະ ສະ​ແດງ​ຄວາມ​ຫວັງ​ວ່າ: ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ 2 ຝ່າຍ​ຄວນ​ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ກ່ອນ​ອື່ນ​ໝົດ​ແມ່ນ​ແລກປ່ຽນ​ຄະນະ​ຜູ້​ແທນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ.

 

ຂ່າວ/ບົດ​ອື່ນ