ສົ່ງເສີມນັກວິທະຍາສາດ ປະດິດສ້າງຕິດພັນກັບ ຊີວິດຕົວຈິງ

ສົ່ງເສີມນັກວິທະຍາສາດ ປະດິດສ້າງຕິດພັນກັບ ຊີວິດຕົວຈິງ - ảnh 1
(​ພາບ: hvct.edu.vn)

 (vovworld)- ທ່ານ​ນາຍົກລັດຖະມົນຕີຫາກໍ່​ປະກາດ​ໃຊ້​ກົດລະບຽບ ​ແລະ ການຈັດຕັ້ງ​ການເຄື່ອນ​ໄຫວ​ຂອງ​ກອງ​ທຶນປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ​​ແຫ່ງຊາດດ້ວຍ​ຂອບ​ຂະໜາດ​ຂຶ້ນ​ເຖິງ 1000 ຕື້​ດົ່ງ. ​ທ່ານ​ຫງວຽນ​ກວນ ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຫວຽດນາມ ​ໃຫ້​ຮູ້​ວ່າ: ​ກອງ​ທຶນປ່ຽນ​ໃໝ່​ວິທະຍາສາດ​ແມ່ນ 1 ​ໃນ 2 ກອງ​ທຶນ​ໃຫ່ຍຊື່​ງລັດຖະບານ​ອະນຸຍາດ​ສ້າງຕັ້ງຂຶ້ນ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ:

   “ກອງ​ທຶນ​ພັດທະນາວິທະຍາສາດເຕັກ​ໂນ​ໂລ​ຊີແຫ່ງ​ຊາດ​ພຽງ​ແຕ່ແມ່ນ​ບ່ອນ​ລົງທຶນ​ໃຫ້​ແກ່​ການຄົ້ນຄ້ວາ​ພື້ນຖານ, ມັນຮຽກຮ້ອງ​ໃຫ້​ໝາກຜົນ​ສົ້ນອອກຕ້ອງ​ໄດ້​ຮັບ​ການ​ປະ​ກາດຢູ່​ຕ່າງປະ​ເທດ, ຕ້ອງ​ມີ​ໝາກຜົນ​ລະອຽດ​ຈຶ່ງ​ຈະ​ປ່ອຍ​ເງິນ​ໄດ້. ສ່ວນກອງ​ທຶນ​ປ່ຽນ​ໃໝ່ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ ແມ່ນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ​ເປັນຕົ້ນ ດ້ວຍທຶນ​ດຳລັດ 1000 ຕື້​ດົ່ງ. ບັນ​ດາກິດຈະກຳ​ຂະໜາດ​ໃຫ່ຍກ່ຽວຂ້ອງ​ເຖິງປະ​ເທດ​ຊາດ, ປຊຊ, ນັບ​ທັງ​ກິດຈະກຳ​ບໍ່​ໄດ້​ຮັບ​ການ​ປະກາດ​ຢູ່​ຕ່າງປະ​ເທດ, ບໍ່​ໄດ້​ລົງ​ພິມ​ໃນ​ໜັງສືພິມ, ວາລະ​ສານ​ຂອງ​ສາກົນ ກໍ່ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ ​ເພື່ອ​ສ້າ​ງຜະລິດ​ຕະພັນວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ ​ແລະ ຊີວິດ “.

 

 

 

 

ຂ່າວ/ບົດ​ອື່ນ