ສົ່ງເສີມວິສາຫະກິດຮ່ວມມືຫັນກະສິກຳເປັນທັນສະໄໝ

(VOVWORLD) - ຕອນຄ່ຳວັນທີ 08 ສິງຫາ, ທີ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ເປັນສັກຂີພິຍານໃນພິທີປະກາດການຮ່ວມມືຍຸດທະສາດຂອງບໍລິສັດຫຸ້ນສ່ວນ ຮ່ວາງແອງຢາລາຍ (HAGL) ແລະ ບໍລິສັດຫຸ້ນສ່ວນໂອໂຕ ເຈື່ອງຫາຍ (THACO).
ສົ່ງເສີມວິສາຫະກິດຮ່ວມມືຫັນກະສິກຳເປັນທັນສະໄໝ - ảnh 1 ພິທີປະກາດການຮ່ວມມືຍຸດທະສາດຂອງບໍລິສັດຫຸ້ນສ່ວນ ຮ່ວາງແອງຢາລາຍ ແລະ ບໍລິສັດຫຸ້ນສ່ວນໂອໂຕ ເຈື່ອງຫາຍ (ພາບ: TTXVN)

ຕາມນັ້ນແລ້ວ, THACO ໄດ້ລົງນາມຂໍ້ຕົກລົງການຮ່ວມມືຍຸດທະສາດກັບ HAGL ຢ່າງເປັນທາງການ ເພື່ອລົງທຶນເຂົ້າໃນ 2 ບໍລິສັດເຊິ່ງແມ່ນບໍລິສັດຫຸ້ນສ່ວນກະສິກຳສາກົນ HAGL (ບໍລິສັດກະສິກຳ HNG) ແລະ ບໍລິສັດ HAGL ມຽນມາ Centre. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງ: ແຜນນະໂຍບາຍເພີ່ມທະວີການໃຊ້ເຄື່ອງຈັກໃນຂົງເຂດນກະສິກຳ ຫວຽດນາມ ຫັນກະສິກຳເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ຢືນຢັນການຮ່ວມມືລະຫວ່າງວິສາຫະກິດ 2 ແຫ່ງມທີ່ມີຄວາມມຸ່ງມາດປາດຖະໜາ, ຢາກຮ່ວມແຮງຮ່ວມໃຈ, ປະກອບກຳລັງໃຫ້ແກ່ພື້ນຖານກະສິກຳ, ອຸດສາຫະກຳຂອງ ຫວຽດນາມ, ລາວ ແລະ ກຳປູເຈຍ. ດ້ວຍກຳລັງບົ່ມຊ້ອນດ້ານການເງິນ, ກຳລັງຄວາມສາມາດ, ເຕັກໂນໂລຢີ, ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ຂໍ້ຕົກລົງນີ້ ຈະເຮັດໃຫ້ຄວາມຝັນຈະຫັນກະສິກຳເປັນທັນສະໄໝຂອງບັນດາວິສາຫະກິດເວົ້າສະເພາະ ແລະ ຂອງຂະແໜງກະສິກຳ ຫວຽດນາມ - ລາວ - ກຳປູເຈຍ ເວົ້າລວມເປັນຮູບປະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ