ສູ້ຊົນກໍ່ສ້າງນະຄອນຕາມກີໃຫ້ນັບມື້ນັບສວຍງາມ,ທັນສະໄໝ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ
ພິທີສະເຫຼີມສະຫຼອງ 110 ປີແຫ່ງເມືອງຕາມກີ
(ພາບ: VGP)
(vovworld) - ຕອນຄ່ຳວັນທີ 24/08, ຢູ່ນະຄອນ ຕາມກີ, ແຂວງກວາງນາມ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 110 ປີແຫ່ງເມືອງຕາມກີ (1906 - 2016), ຕ້ອນຮັບຫຼຽນໄຊເອກະລາດຊັ້ນ 3 ແລະ ຕ້ອນຮັບຂໍ້ຕົກລົງຮັບຮອງເອົາເປັນນະຄອນຊັ້ນ 2 ຂອງນາຍົກລັດຖະມົນຕີ. ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ໃນຊຸມປີຜ່ານມາ, ແຂວງ ກວາງນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກ່ຽວກັບການພັດທະນາເສດຖະກິດ, ສັງຄົມ; ບັນດາເຂດເສດຖະກິດ, ເຂດອຸດສາຫະກຳ, ເຂດຕົວເມືອງໄດ້ພັດທະນາຢ່າງແຮງ; ກຳລັງຜະລິດເພີ່ມຂຶ້ນຢ່າງໄວ ໄດ້ກາຍເປັນໜຶ່ງໃນບັນດາທ້ອງຖິ່ນມີລາຍຮັບງົບປະມານຫຼາຍຢູ່ພາກກາງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງບັນດາໜ້າທີ່ໃນໄລຍະທີ່ຈະມາເຖິງວ່າ.
“ຕ້ອງປະຕິບັດການກໍ່ສ້າງ ແລະ ຄຸ້ມຄອງການວາງແຜນຕົວເມືອງໃຫ້ເປັນຢ່າງດີ, ສູ້ຊົນກໍ່ສ້າງນະຄອນຕາມກີ ໃຫ້ນັບມື້ນັບໂຫຍ່ໂຕໂອໂຖງ, ທັນສະໄໝ, ຂຽວ - ສະອາດ - ສວຍງາມ, ສ້າງສະພາບແວດລ້ອມແຫ່ງການດຳລົງຊີວິດ ແລະ ພັດທະນາແບບຍືນຍົງໃຫ້ປະຊາຊົນ. ສຸມໃສ່ລົງທຶນ, ຍົກລະດັບ, ປັບປຸງພື້ນຖານໂຄງລ່າງຕົວເມືອງ ແລະ ບັນດາລະບອບວັດທະນະທຳ, ສັງຄົມໃຫ້ສຳເລັດ. ປະຕິບັດການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າປູຊະນີຍະສະຖານວັດທະນະທຳ, ປະຫວັດສາດໃຫ້ເປັນຢ່າງດີ. ສຸມໃສ່ພັດທະນາດ້ານການຄ້າ, ການບໍລິການ ແລະ ອຸດສາຫະກຳ; ເພີ່ມທະວີການສົ່ງເສີມການລົງທຶນ; ສືບຕໍ່ເປີດກວ້າງ ແລະ ພັດທະນາບັນດາເຂດ, ກຸ່ມອຸດສາຫະກຳໃນບໍລິເວນ, ສ້າງບັນດາວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ປະຊາຊົນ…”