ສູ້ຊົນນຳວົງເງິນການຄ້າສອງຝ່າຍ ຫວຽດນາມ-ອິນໂດເນເຊຍບັນລຸ 10 ຕື້ ໂດລາ ປີ 2018

(VOVWORLD) - ຕອນບ່າຍວັນທີ 21/05, ຢູ່ສຳນັກງານປະທານປະເທດຫວຽດນາມ, ທ່ານ ເຈີນດາຍກວາງ ປະທານປະເທດຫວຽດນາມ ຕ້ອນຮັບ ທ່ານ Enggartiasto Lukita ລັດຖະມົນຕີກະຊວງການຄ້າ ອິນໂດເນເຊຍ ເຂົ້າຢ້ຽມຄຳນັບຕາມພິທີການທູດ
ສູ້ຊົນນຳວົງເງິນການຄ້າສອງຝ່າຍ ຫວຽດນາມ-ອິນໂດເນເຊຍບັນລຸ 10 ຕື້ ໂດລາ ປີ 2018 - ảnh 1 ສູນຊົນນຳວົງເງິນການຄ້າສອງຝ່າຍ ຫວຽດນາມ-ອິນໂດເນເຊຍບັນລຸ 10 ຕື້ ໂດລາ ປີ 2018 (ພາບ: ຫວຽດນາມ+)

ປະທານປະເທດຫວຽດນາມ ສະເໜີເພື່ອເພີ່ມທະວີການພົວພັນສອງປະເທດໃນໄລຍະຈະມາເຖິງ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນຄະນະອາວຸໂສ ແລະ ທຸກຂັ້ນ. ພ້ອມທັງປາຖະໜາວ່າສອງຝ່າຍຕັ້ງໜ້າກະກຽມໃຫ້ກອງປະຊຸມ ຄັ້ງທີ 7 ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ເພື່ອຊຸກຍູ້ການຮ່ວມມືກວ່າອີກ, ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 10 ຕື້ ໂດລາສະຫະລັດ ໃນປີ 2018. ທ່ານ ປະທານປະເທດຫວຽດນາມຖືວ່າ ສອງຝ່າຍຄວນພະຍາຍາມຊຸກຍູ້ວິວັດທະນາການເຈລະຈາແບ່ງກຳນົດເຂດເສດຖະ ກິດຈຳເພາະ ຢູ່ເຂດທະເລສອງຝ່າຍເຊິ່ງໄດ້ແບ່ງກຳນົດໄຫຼ່ທະວີບເມື່ອ ປີ 2003. ທ່ານ ເຈີນດາຍກວາງ ປະທານປະເທດຫວຽດນາມ ສະເໜີ ອິນໂດເນເຊຍ ບໍ່ໃຫ້ມ້າງທຳລາຍເຮືອຫາປາຂອງຫວຽດນາມ ປັດຈຸບັນກຳລັງຖືກກັກ ແລະ ຖືວ່າຄວນແກ້ໄຂບັນຫານີ້ດ້ວຍນໍ້າໃຈມະນຸດສະທຳ, ສອດຄ່ອງກັບການເປັນຄູ່ຮ່ວມມືຍຸດທະສາດ ແລະ ທັງແມ່ນສະມາຊິກໃນປະຊາຄົມອາຊຽນ.

        ສ່ວນຝ່າຍອິນໂດເນເຊຍ, ທ່ານ Enggartiasto Lukita ລັດຖະມົນຕີກະຊວງການຄ້າ ຢືນຢັນວ່າ ອິນໂດເນເຊຍ ຖືການພັດທະນາການຮ່ວມມືກັບຫວຽດນາມເປັນສຳຄັນທີ່ສຸດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ. ກ່ຽວກັບບັນຫາຊາວປະມົງຫວຽດນາມ, ທ່ານ ລັດຖະມົນຕີ ຊີ້ແຈງຈະແກ້ໄຂບັນຫານີ້ດ້ວຍນໍ້າໃຈມະນຸດສະທຳ. ທ່ານ  Lukita ລັດຖະມົນຕີ ຕີລາຄາສູງບົດບາດຂອງຫວຽດນາມ ໃນວຽກງານຈັດຕັ້ງບັນດາກອງປະຊຸມໃນຂອບເຂດ APEC; ພ້ອມທັງຢັ້ງຢືນຈະສືບຕໍ່ສະໜັບສະໜູນ ແລະ ສົມທົບກັບຫວຽດນາມໃນປີ APEC.

ຕອບກັບ

ຂ່າວ/ບົດ​ອື່ນ