ສູ້ຊົນສຳເລັດແຜນການຖອນທຶນ, ຫັນວິສາຫະກິດເປັນຫຸ້ນສ່ວນໃນປີ 2017
(VOVWORLD) - ວັນທີ 11 ກໍລະກົດ,ຄະນະຊີ້ນຳການປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດໄດ້ຈັດການປະຊຸມຕີລາຄາສະພາບການປະຕິບັດການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ໃນ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່ໃນໄລຍະຈະມາເຖິງ
ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ (ພາບ: VGP) |
ທີ່ການປະຊຸມ, ບັນດາຜູ້ແທນຊີ້ແຈ້ງ ບັນດາສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດ ໃນວຽກງານສັບຊ້ອນປ່ຽນແປງໃໝ່ວິສາຫະກິດ ແລະ ພັດທະນາວິສາຫະກິດຄື: ການຖອນທຶນບັນລຸອັດຕາຕ່ຳ, ສະພາບຖອນທຶນຢ່າງຊັກຊ້າຢູ່ວິສາຫະກິດໃຫຍ່ບາງແຫ່ງ…ເຂົ້າຮ່ວມ ແລະ ຊີ້ນຳການປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຫົວໜ້າຄະນະຊີ້ນການຳປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດຊີ້ແຈ້ງວ່າ:
“ພວກເຮົາວາງອອກເປົ້າໝາຍຢ່າງເດັດຂາດ ຕ້ອງປະຕິບັດແຜນການຫັນວິສາຫະກິດເປັນຫຸ້ນສ່ວນ, ຖອນທຶນໃຫ້ສຳເລັດໃນປີ 2017 ຊ້ຳບໍ່ໜຳຕ້ອງລື່ນກາຍຄາດໝາຍ. ລັດຖະບານ ແລະ ນາຍົກລັດຖະມົນຕີຈະຖືຄວາມຮັບຜິດຊອບຂອງການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ກຸ່ມບໍລິສັດ, ບໍລິສັດໃຫຍ່ຕິດພັນກັບການສັບຊ້ອນປ່ຽນແປງໃໝ່ລັດວິສາຫະກິດ; ພິຈາລະນາຄວາມຮັບຜິດຊອບຂອງການນຳ ຖ້າຫາກບໍ່ສຳເລັດການປ່ຽນແປງໃໝ່ສັບຊ້ອນລັດວິສາຫະກິດ”.