ສູ້​ຊົນ​ຮອດ​ປີ 2021, ​ການບໍ​ລິກ​ານ​ສາ​ທາ​ລະ​ນະ​ເກືອບ​ທັງ​ໝົດຈະ​ໄດ້​ຮັບ​ການ​ສະ​ໜອງ​ທາງ​ອອນ​ລາຍ​ຢູ່​ລະ​ດັບ 4

(VOVWORLD) - ຫ້ອງການລັດຖະບານຫວຽດນາມ ຫາກໍ່ມີແຈ້ງການສະຫຼຸບຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່ຽວກັບລັດຖະບານເອເລັກໂຕນິກ ກັບບັນດາຄະນະຊີ້ນຳສ້າງລັດຖະບານເອເລັກໂຕນິກ,  ອຳນາດການປົກຄອງເອເລັກໂຕນິກກະຊວງ, ຂະແໜງການ ທ້ອງຖິ່ນໃນວັນທີ 26 ສິງຫາ 2020.
ສູ້​ຊົນ​ຮອດ​ປີ 2021, ​ການບໍ​ລິກ​ານ​ສາ​ທາ​ລະ​ນະ​ເກືອບ​ທັງ​ໝົດຈະ​ໄດ້​ຮັບ​ການ​ສະ​ໜອງ​ທາງ​ອອນ​ລາຍ​ຢູ່​ລະ​ດັບ 4 - ảnh 1ກອງປະຊຸມສຳມະນາແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກຄັ້ງທີ 15 (ພາບ: TTXVN) 

ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຮີບເຮັ່ງສະໜອງການບໍລິການສາທາລະນະທາງອອນລາຍລະດັບ 4, ບັນລຸໄດ້ເປົ້າໝາຍຢ່າງໜ້ອຍສຸດ 30%ໃນປີ 2020, ສູ້ຊົນໃນປີ 2021, ການບໍລິການສາທາລະນະເກືອບທັງໝົດໄດ້ຮັບການສະໜອງທາງອອນລາຍຢູ່ລະດັບ 4. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສຸມໃສ່ສ້າງໂຄງປະກອບຂັ້ນຕອນຄືນໃໝ່, ຫຼຸດຜ່ອນ, ຫັນລະບຽບການບໍລິຫານເປັນງ່າຍດາຍເພື່ອສ້າງພື້ນຖານສ້າງ, ປັບປຸງການບໍລິການສາທາລະນະທາງອອນລາຍເພື່ອສະໜອງຢູ່ປະຕູຖານການບໍລິການສາທາລະນະແຫ່ງຊາດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງຕຳຫຼວດ ຮີບເຮັ່ງຍູ້ແຮງຄວາມຄືບໜ້າໃນການສ້າງພື້ນຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ, ຮອດເດືອນກໍລະກົດ 2021 ນຳເຂົ້າໃຊ້ການຢ່າງເປັນທາງການໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ