ສັນ​ຍາ EVFTA: ເພີ່ມ​ຄຸນ​ນະ​ພາບ ແລະ ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ

(VOVWORLD) - ສັນຍາການຄ້າເສລີຫວຽດນາມ – EU (EVFTA) ສ້າງໂອກາດຢ່າງໃຫ່ຍຫຼວງໃຫ້ແກ່ວິສາຫະກິດຍູ້ແຮງການສົ່ງອອກສິນຄ້າ, ຜະລິດຕະພັນກະເສດຫວຽດນາມ ເຂົ້າຕະຫຼາດ EU. ແຕ່ເຖິງຢ່າງໃດກໍ່ຕາມ, ຢາກນຳໃຊ້ບັນດາທ່າໄດ້ປຽບດ້ານພາສີອາກອນຢ່າງມີປະສິດທິຜົນ, ວິສາຫະກິດຕ້ອງຍົກສູງຄຸນນະພາບ ແລະ ສ້າງເຄື່ອງໝາຍການຄ້າ ໃຫ້ແກ່ຜະລິດຕະພັນກະເສດຫວຽດນາມ.
ສັນ​ຍາ EVFTA: ເພີ່ມ​ຄຸນ​ນະ​ພາບ ແລະ ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ - ảnh 1

     ນີ້ແມ່ນການໃຫ້ຂໍ້ສັງເກດຂອງບັນດາຜູ້ແທນໃນກອງປະຊຸມສຳມະນາ “ເຮັດແນວໃດເພື່ອນຳໃຊ້ກາລະໂອກາດຂອງ EVFTA ແລະ ຍົກສູງຄວາມສາມາດຂອງວິສາຫະກິດກະສິກຳ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ສາຂາຢູ່ນະຄອນໂຮ່ຈີມິນ ຈັດຂຶ້ນເມື່ອວັນທີ 24 ກໍລະກົດ.

   ທີ່ກອງປະຊຸມສຳມະນາ, ຕາມບັນດາຜູ້ຊ່ຽວຊານໄຈ້ແຍກແລ້ວ, ເຖິງວ່າໄດ້ມີຂໍ້ສະດວກດ້ານພາສີອາກອນກໍ່ຕາມ ແຕ່ເມື່ອເຂົ້າຕະຫຼາດ EU ໄດ້ແລ້ວ, ສິນຄ້າຂອງຫວຽດນາມ ຕ້ອງຕອບສະໜອງບັນດາມາດຖານດ້ານຄຸນນະພາບ, ເຕັກນິກຂອງຕະຫຼາດ EU. ຊາວກະສິກອນ, ວິສາຫະກິດກະສິກຳ ຕ້ອງສ້າງຜະລິດຕະພັນຕາມລະບົບ, ເພີ່ມສາຍສຳພັນລະຫວ່າງບັນດາຂອດຜະລິດ-ຂົນສົ່ງ-ປຸງແຕ່ງ-ຈຳໜ່າຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຊອກຫາແຫຼ່ງກຳເນີດ. ພ້ອມກັນນັ້ນ, ສ້າງເຄື່ອງໝາຍການຄ້າໃຫ້ມີຊື່ສຽງຢູ່ໃນລະດັບສາກົນ.

 

 

 

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ