ສັນ​ຍາ​ການ​ຄ​້າລະ​ຫວ່າງ ຫວຽດ​ນາມ - ກູ​ບາ​ ມີ​ຜົນ​ສັກ​ສິດ

(VOVWORLD) -ວັນທີ 16 ເມສາ, ຕາມຂໍ້ມູນຈາກຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມແລ້ວ, ຫວຽດນາມ ແລະ ກູບາໄດ້ປະຕິບັດສຳເລັດລະບຽບການທາງການນຳສັນຍາການຄ້າ ລະຫວ່າງ ຫວຽດນາມ - ກູບາ ເຂົ້າສູ່ການເຄື່ອນໄຫວຕົວຈິງ.

ສັນຍາການຄ້າ ຫວຽດນາມ - ກູບາໄດ້ຮັບການລົງນາມຢູ່ຮ່າໂນ້ຍໃນວັນທີ 9 ພະຈິກ 2018, ປ່ຽນແທນໃຫ້ສັນຍາລະຫວ່າງສອງລັດຖະບານ ກ່ຽວກັບການແລກປ່ຽນການຄ້າ ແລະ ບັນດາຮູບ ການຮ່ວມມືເສດຖະກິດອື່ນໆທີ່ໄດ້ຮັບການລົງນາມໃນປີ 1996. ສັນຍາມີຫຼາຍຄຳໝັ້ນສັນຍາບຸລິມະສິດດ້ານການຄ້າໃໝ່ຫຼາຍຢ່າງທີ່ຕັ້ງຄວາມຫວັງວ່າ ຈະຍົກສູງການພົວພັນຮ່ວມມືເສດຖະກິດການຄ້າ ແລະ ການລົງທຶນລະຫວ່າງ ສອງປະເທດ ໃຫ້ທຽມທັນກັບການພົວພັນດ້ານການເມືອງສອງຝ່າຍທີ່ດີງາມຂຶ້ນເທື່ອລະກ້າວ. ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າຈະຍົກເລີກ ຫຼື ຫຼຸດຜ່ອນພາສີສຳລັບສິນຄ້າ ເກືອບ 100% ປະເພດທີ່ພວມໄດ້ຮັບການນຳເຂົ້າ - ສົ່ງອອກຈາກຕະຫຼາດຂອງກັນໃນຮອບເວລາ 5 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ