ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຍຸດທະສາດເຂດ ປາຊີຝິກ ຈະສຳເລັດ ໂດຍໄວ

ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຍຸດທະສາດເຂດ ປາຊີຝິກ ຈະສຳເລັດ ໂດຍໄວ - ảnh 1
(ພາບປະກອບ)

(vovworld) -     ການ​ນຳ​ບັນດາ​ປະ​ເທດ​ທີ່​ເຂົ້າ​ຮວ່ມການ​ເຈລະຈາ​ສັນຍາ​ການ​ພົວພັນຄູ່​ຮ່ວມ​ມື​​ເສດຖະກິດ​ຍຸດ​ທະ​ສາດ​ເຂດ​ປາຊີ​ຝິກ (ຫຼື TPP), ​ໃນ​ນັ້ນ​ມີ​ຫວຽດນາມ, ຢືນຢັນ​ຄວາມ​ຕັດສິນ​ໃຈ​ເຮັດ​ສຳ​ເລັດ​ຂໍ​ຕົກລົງ​ນີ້ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຫັນ​ເປັນ​​​ການ​ຄ້າເສລີ ​ແລະ ການ​ລົງທຶນ​ໃນ​ພາກ​ພື້ນ. ຄຳ​ຖະ​ແຫຼ​ງ​ໄດ້​ຍົກ​ອອກ​ມາ​ໃນ​ຕອນ​ເຊົ້າ​ວັນ​ທີ 11/9 ​ເນື່ອງ​ໃນ​ໂອກາດ​ຮອບ​ເຈລະຈາສັນຍາ​ການ​ພົວພັນຄູ່​ຮ່ວມ​ມື​​ເສດຖະກິດ​ຍຸດ​ທະ​ສາດ​ເຂດ​ປາຊີ​ຝິກ ຄັ້ງ​ທີ 14 ທີ່​ພວມ​ດຳ​ເນີນ​ໄປ​ຢູ່ລັດ Virginia, ສະຫະລັດ​ອາ​ເມ​ລິ​ກາ. ບັນດາ​ການ​ນຳ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ບັນດາ​ຄວາມ​ຄຶບໜ້າທີ່​ບັນລຸ​ໄດ້ ຜ່ານ​ຮອບ​ເຈລະຈາ​ເປັນ 13 ຄັ້ງ​ມາ​ຮອດ​ປະຈຸ​ບັນ, ຈຸດໝາຍ​ສຳ​ເລັດ​ສັນຍາ TPP ພວມ​ຢູ່​ໃນ​ກຳມື, ​​ໄດ້ເປີດ​ອະນາຄົດ​ໃໝ່​ໃຫ້​ແກ່​ການ​ການ​ຄ້າ​​ເສລີໃນ​ທົ່ວ​ພາກ​ພື້ນ​ອາຊີ - ປາຊີ​ຝິກ.

ທຸກ​ຄົນ​ຫວັງ​ວ່າ TPP ​​ຈະ​ສ້າງ​ບາດກ້າວ​ກະ​ໂດດ​ຂັ້ນ​ເພື່ອ​ໃຫ້​ຫວຽດນາມ ຍູ້​ແຮງ​ການ​ສົ່ງ​ອອກ ​ແລະ ຍົກສູງ​ກຳລັງ​ແກ່ງ​ແຍ້​ງຢູ່ພາຍ​ໃນ​ປະ​ເທດ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ອາ​ເມ​ລິ​ກາ, TPP ຈະ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຫວຽດນາມ ​ເປັນ​ຈຳນວນ​ເງິນ 36 ຕື້ USD, ​ເທົ່າ​ກັບ 15,5% GDP ​ໃນ​ປີ 2025, ​ເຊິ່ງ​ແມ່ນລະ​ດັບ​ສູງ​ສຸດ​ໃນ​ຈຳນວນ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນຍາ​ນີ້.

ຂ່າວ/ບົດ​ອື່ນ