ສັນຍານຕັ້ງໜ້າຈາກການເຈລະຈາບັນຫານິວເຄຼຍ ຂອງ ອີຣານ
(VOVWORLD) -ຂໍ້ຕົກລົງສະບັບໜຶ່ງກຳລັງໄດ້ຮັບການສ້າງໃຫ້ເປັນຮູບເປັນຮ່າງ” ເພື່ອນຳ ອາເມລິກາ ກັບຄືນເຂົ້າສູ່ຂໍ້ຕົກລົງ ນິວເຄຼຍ ເຊິ່ງມີຊື່ວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ກັບ ອີຣານ.
ທ່ານ Enrique Mora - ເຈົ້າໜ້າທີ່ຂອງ ສະຫະພາບເອີຣົບ (ພາບ:THX/TTXVN) |
ໂດຍຄັດສະເໜີຄວາມມານະພະຍາຍາມເພື່ອບັນລຸໄດ້ຄວາມບຸກທະລຸໃນວິວັດການປຶກສາຫາລື, ບັນດານັກເຈລະຈາໃນວັນທີ 19 ພຶດສະພາ ໃຫ້ຮູ້ວ່າ: ຂໍ້ຕົກລົງສະບັບໜຶ່ງກຳລັງໄດ້ຮັບການສ້າງໃຫ້ເປັນຮູບເປັນຮ່າງ” ເພື່ອນຳ ອາເມລິກາ ກັບຄືນເຂົ້າສູ່ຂໍ້ຕົກລົງ ນິວເຄຼຍ ເຊິ່ງມີຊື່ວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ກັບ ອີຣານ.
ໃນຕອນ tweet ທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍ ພາຍຫຼັງວິວັດການເຈລະຈາ, ທ່ານ Enrique Mora - ເຈົ້າໜ້າທີ່ຂອງ ສະຫະພາບເອີຣົບ ເຊິ່ງເປັນຜູ້ຮັບຜິດຊອບກ່ຽວກັບວິວັດການເຈລະຈາລະຫວ່າງ ລັດເຊຍ, ຈີນ, ເຢຍລະມັນ, ຝລັ່ງ, ອັງກິດ ແລະ ອີຣານ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າບັນລຸໄດ້ຄວາມຄືບໜ້າ. ຂໍ້ຕົກລົງສະບັບໜຶ່ງກຳລັງໄດ້ສ້າງໃຫ້ເປັນຮູບເປັນຮ່າງ”. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ທ່ານນີ້ກໍໃຫ້ຮູ້ວ່າ ປັດຈຸບັນ, ຍັງມີຫຼາຍສິ່ງຫຼາຍຢ່າງຕ້ອງໄດ້ຮັບການແກ້ໄຂ ເພື່ອເຮັດສຳເລັດວິວັດການເຈລະຈາ.
ໃນຂະນະນັ້ນ, ອີຣານ ກໍແຈ້ງໃຫ້ຊາບວ່າ ວິວັດການເຈລະຈາພວມດຳເນີນໄປຖືກຕ້ອງຕາມຂັ້ນຕອນ. ສຳນັກຂ່າວສານທາງການຂອງ ອີຣານ ກໍໄດ້ຄັດສະເໜີຄຳປາໄສຂອງທ່ານປະທານາທິບໍດີ Rouhani ໂດຍໃຫ້ຮູ້ວ່າ ອີຣານ “ບັນລຸໄດ້ບັນດາບາດກ້າວເດີນສຳຄັນ” ໃນວິວັດການເຈລະຈາໃນຊຸມວັນຜ່ານມາ.