ສັນຍານຕັ້ງໜ້າໃນ ການເຈລະຈາທີ່ ລັດຖະສະພາອາເມລິກາ
(ພາບ: presstv.ir)
(vovworld)- ການນຳບັນດາສະມາຊິກລັດຖະສະພາ ປະຊາທິປະໄຕ ແລະ ສາທາລະນະລັດຢູ່ສະພາສູງອາເມລິກາ ພວມກ້າວເຂົ້າສູ່ການບັນລຸຂໍ້ຕົກລົງກ່ຽວກັບການເປີດປະຕູລັດຖະບານຄືນໃໝ່ ແລະ ເພີ່ມລາຄາເພດານໜີ້ສາທາລະນະ ແລະ ຖ້າຫາກວ່າໄດ້ຮັບການຮັບຮອງເອົາຈາກສະພາສູງໂດຍຝ່າຍປະຊາທິປະໄຕນຳພາ, ຂໍ້ສະເໜີດັ່ງກ່າວຈະຖືກສົ່ງເຖິງສະພາຕ່ຳ ຊື່ງປະຈຸບັນພາຍໃຕ້ສິດຄວບຄຸມຂອງຝ່າຍສາທາລະນະລັດ. ການນຳສອງຝ່າຍໄດ້ປະກົດຕົວຢູ່ສະພາສູງເພື່ອສະແດງຄວາມປະເອີບໃຈຕໍ່ການສ້າງຂໍ້ຕົກລົງດັ່ງກ່າວສຳເລັດໃນສອງສາມມື້ຈະມາເຖິງ.
ຕໍ່ໜ້ານການກະທຳອັນຕັ້ງໜ້າດັ່ງກ່າວ, ປະທານາທິບໍດີອາເມລິກາ Barack Obama ໄດ້ຕີລາຄາວ່າ ເກືອບຄືວ່າໄດ້ປະກົດຄວາມຄຶບໜ້າໃນການເຈລະຈາທີ່ສະພາສູງກ່ຽວກັບການຈົນຕະແຈກ້ານການເງິນ. ທ່ານສະແດງໃຫ້ເຫັນຄວາມຫວັງວ່ານ້ຳໃຈຮ່ວມມືລະຫວ່າງສອງຝ່າຍຈະບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ ກ່ອນເວລາກຳນົດສຸດທ້າຍຄືວັນທີ 17/10 ຈະມາເຖິງ ຊື່ງແມ່ນຈຸດເວລາທີ່ໜີ້ສາທາລະນະຂອງອາເມລິກາ ຈະຂຶ້ນລະດັບສູງສຸດ 16.700 USD ແຕ່ທ່ານເຈົ້າພາບທຳນຽບຂາວຍັງກ່າວເຕືອນວ່າ ລັດຖະບານອາເມລິກາ ຈະມີໄພລົ້ມລະລາຍ ຖ້າຫາກວ່າບັນດາທ່ານສະມາຊິກລັດຖະສະພາສາທາລະນະບໍ່ຍອມປະລະບັນດາຄວາມວິຕົກກັງວົນທີ່ມີລັກສະນະພັກຝ່າຍ.